ຂ່າວສານ

ເສດຖະກິດລວມໝູ່, ສະຫະກອນ ແມ່ນທ່າອ່ຽງທີ່ຈຳເປັນໃນການເຊື່ອມໂຍງ

      ລະບົບສະຫະພັນສະຫະກອນຫວຽດນາມ ຄວນສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ບັນດາອົງການຈັດຕັ້ງໃນລະບົບການເມືອງ ເພື່ອຂຸດຄົ້ນທ່າແຮງ, ຄວາມສາມາດບົມຊ້ອນຂອງຮູບແບບສະຫະກອນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢ້ຽມຢາມງານວາງສະແດງບັນດາຜົນງານການພັດທະນາເສດຖະກິດລວມໝູ່
(ພາບ: VGP)
      ດ້ວຍຫົວຂໍ້ວ່າ “ສືບຕໍ່ເສີມຂະຫຍາຍບົດບາດເປັນແກ່ນສານໃນການພັດທະນາເສດຖະກິດລວມໝູ່, ສະຫະກອນ; ຍູ້ແຮງການສ້າງລະບົບສະຫະພັນສະຫະກອນຫວຽດນາມ ໃຫ້ໝັ້ນຄົງ, ເຂັ້ມແຂງ; ປະຕິບັດປະສິດທິຜົນພາລະໜ້າທີ່ເປັນຜູ້ຕາງໜ້າ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນສະຫະກອນຫວຽດນາມ ຄັ້ງທີ 6, ອາຍຸການ 2020 - 2025 ດຳເນີນໄປໃນຕອນເຊົ້າວັນທີ 22 ທັນວາ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າລະບົບສະຫະພັນສະຫະກອນຫວຽດນາມ ຄວນສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ບັນດາອົງການຈັດຕັ້ງໃນລະບົບການເມືອງ ເພື່ອຂຸດຄົ້ນທ່າແຮງ, ຄວາມສາມາດບົມຊ້ອນຂອງຮູບແບບສະຫະກອນ, ຊຸກຍູ້ການພັດທະນາເສດຖະກິດລວມໝູ່, ສະຫະກອນ; ແກ້ໄຂບັນດາຄວາມຫຍຸ້ງຍາກຂອງສະຫະກອນຢ່າງທັນການ, ໜູນຊ່ວຍ, ທະວີຄູນຮູບແບບສະຫະກອນໃຫ້ເຄື່ອນໄຫວຢ່າງມີປະສິດທະຜົນ…
        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນ 2 ໃຫ້ສະຫະພັນສະຫະກອນຫວຽດນາມ.
(ແຫຼ່ງຄັດຈາກ VOV)


top