ຂ່າວສານ

ເສດຖະກິດນະຄອນຫຼວງສືບຕໍ່ບັນລຸທ່າເຕີບໂຕຢ່າງຕັ້ງໜ້າ

ຂົງເຂດການບໍລິຫານ; ຂົງເຂດອຸດສາຫະກຳ ແລະ ກໍ່ສ້າງ, ຂົງເຂດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ລ້ວນແຕ່ມີລະດັບເພີ່ມຂຶ້ນຢ່າງຕັ້ງໜ້າ.
(ພາບປະກອບ: tapchikinhtetaichinh.vn)

 ຕາມຕົວເລກສະຖິຕິຂອງນະຄອນ ຮ່າໂນ້ຍ ແລ້ວ, ໃນ 9 ເດືອນຜ່ານມາ, ເສດຖະກິດຂອງນະຄອນສືບຕໍ່ມີທ່າເຕີບໂຕຢ່າງແຮງ ມີຫຼາຍດັດຊະນີບຸກທະລຸ. ໄລ່ລວມໃນ 9 ເດືອນ, ຍອດຜະລິດຕະພັນໃນບໍລິເວນ (GRDP) ຂອງນະຄອນ ຄາດວ່າເພີ່ມຂຶ້ນ 7,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຂົງເຂດການບໍລິຫານ; ຂົງເຂດອຸດສາຫະກຳ ແລະ ກໍ່ສ້າງ, ຂົງເຂດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ລ້ວນແຕ່ມີລະດັບເພີ່ມຂຶ້ນຢ່າງຕັ້ງໜ້າ. ທ່ານ ຫງວຽນວັນຟອງ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ຕີລາຄາວ່າ:

        “ປີນີ້, ຮອດທ້າຍເດືອນ ກັນຍາ, ຮ່າໂນ້ຍ ບັນລຸລະດັບເຕີບໂຕ 7,92%; ລາຍຮັບງົບປະມານແມ່ນ 530.770 ຕື້ດົ່ງ, ລື່ນ 103% ແລະ ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ປີ 2024. ຮ່າໂນ້ຍ ສາມາດບັນລຸລະດັບເຕີບໂຕກວ່າ 8% ໃນປີ 2025. ສະນັ້ນ, ໄລ່ລວມທັງອາຍຸການ 2020  2025, ຮ່າໂນ້ຍ ບັນລຸລະດັບເຕີບໂຕ 6,57%, ສູງກວ່າ 1,1% ເມື່ອທຽບໃສ່ທົ່ວປະເທດ”.

        ກ່ຽວກັບການດຶງດູດການລົງທຶນ, ໃນ 9 ເດືອນຜ່ານມາ, ນະຄອນໄດ້ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເກືອບ 3.900 ຕື້ USD, ເພີ່ມຂຶ້ນເກືອບທົບ 2,9 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ການເຄື່ອນໄຫວສົ່ງອອກ, ນຳເຂົ້າຂອງ ຮ່າໂນ້ຍ ຍັງຮັກສາທ່າເຕີບໂຕຢ່າງແຮງ, ຢືນຢັນບົດບາດແມ່ນໜຶ່ງໃນບັນດາເສົ້າຄ້ຳເຕີບໂຕເສດຖະກິດ, ປະກອບສ່ວນຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ຍອດວົງເງິນສົ່ງອອກ - ນຳເຂົ້າໃນ 9 ເດືອນຂອງປີ 2025 ບັນລຸເກືອບ 50 ຕື້ USD, ເພີ່ມຂຶ້ນ 13,7%. ໃນ 9 ເດືອນຜ່ານມາ, ແຂກທ່ອງທ່ຽວມາ ຮ່າໂນ້ຍ ບັນລຸ 5,5 ລ້ານເທື່ອຄົນ, ເພີ່ມຂຶ້ນກວ່າ 22% ເມື່ອທຽບໃສ່ປີ 2024…


top