ຂ່າວສານ

ເສດຖະກິດຂອງປະຊາຊົນຢູ່່ແຂວງ ເລີມດົ່ງ ມີຄວາມເປັນປົກກະຕິຍ້ອນປູກມອນລ້ຽງມ້ອນ

ໂດຍປະຕິບັດຕາມແຜນນະໂຍບາຍຫັນປ່ຽນຜົນລະປູກ, ລົບລ້າງຈີນຕະນາການປູກຝັງແບບຫລ້າຫລັງ, ປູກແຕ່ຕົ້ນເຂົ້າ, ກາເຟເທົ່ານັ້ນ ໃນໄລຍະຜ່ານມາ ປະຊາຊົນຢູ່ເຂດຊົນເຜົ່າສ່ວນຫນ້ອຍຂອງ ແຂວງ ເລີມດົ່ງ ໄດ້ກ້າຫານນຳເອົາຕົ້ນໄມ້ໃໝ່ຫລາຍຊະນິດ ທີ່ມີມູນຄ່າສູງເຂົ້າມາຜະລິດ. ໃນນັ້ນ ການປູກມອນລ້ຽງມ້ອນ ພວມແມ່ນຮູບແບບຜະລິດນຳມາເຊິ່ງແຫລ່ງລາຍຮັບສູງ. ມີຫລາຍຄອບຄົວໄດ້ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ໃຫມ່. ສະເພາະ ປີ 2021, ເຖິງວ່າ ປະຊາຊົນສ່ວນຫລາຍຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ເສດຖະກິດຂອງບັນດາຄອບຄົວທີ່ປູກມອນລ້ຽງມ້ອນຢູ່ ແຂວງ ເລີມດົ່ງ ຍັງປົກກະຕິດີ ແລະມີລາຍຮັບເພີ່ມຂຶ້ນສູງ.

ນັບແຕ່ເມື່ອ ເອື້ອຍ ກາລວານ ຢູ່ ຄຸ້ມບ້ານ ກອນແຕກດັງ ເທດສະບານ ດິງວັນ ເມືອງ ເລີມຮ່າ ແຂວງ ເລີມດົ່ງ ຫັນເນື້ອທີ່ປູກກາເຟທີ່ມີສະມັດຕະພາບຕ່ຳໄປປູກມອນລ້ຽງມ້ອນຊີວິດດ້ານເສດຖະກິດຂອງຄອບຄົວເອື້ອຍ ໄດ້ມີການປັບປຸງເຫັນໄດ້ຊັດໂອກາດບຸນເຕັດປີຂານ ນີ້ ຄອບຄົວເອື້ອຍ ໄດ້ຊື້ເຄື່ອງຂອງທີ່ຈຳເປັນຢ່າງເຕັມສ່ວນຈັດຕັ້ງການຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນແລະ ມີຄວາມອີ່ມຫນຳສຳລານກວ່າ.

ຄອບຄົວຂ້າພະເຈົ້າແມ່ນຄອບຄົວທຸກຍາກບໍ່ມີເນື້ອທີ່ດິນຫລາຍຄືດັ່ງຄອບຄົວອື່ນປູກກາເຟ ແຕ່ລະປີນຳຜົນຜະລິດມາໃຫ້ພຽງແຕ່ 300 – 400 ກິໂລກຼາມສະມັດຕະພາບຕ່ຳສະນັ້ນ ຂ້າພະເຈົ້າຈຶ່ງຫັນມາປູກມອນລ້ຽງມ້ອນນັບແຕ່ເມື່ອປູກມອນລ້ຽງມ້ອນ ຄອບຄົວຂ້າພະເຈົ້າຈຶ່ງມີເງິນເພື່ອໃຊ້ຈ່າຍເຂົ້າໃນການດຳເນີນຊີວິດ

ກໍ່ເຊັ່ນດຽວກັນ, ຄອບຄົວອ້າຍ ເກີຢູ ຢູ່ ຕາແສງ ຕາມໂບ່ ເມືອງ ຢີລີງ ແຂວງ ເລີມດົ່ງ ກໍ່ມີຊີວິດດີຂຶ້ນ ຍ້ອນໄດ້ປູກມອນລ້ຽງມ້ອນ. ອ້າຍ ເກີຢູ ໃຫ້ຮູ້ວ່າ: ເບື້ອງຕົ້ນ ຍັງບໍ່ທັນມີປະສົບການໃນການປູກມອນລ້ຽງມ້ອນ ສະນັ້ນກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍ, ລາຍຮັບກໍ່ບໍ່ສູງ. ແຕ່ຍ້ອນມີການຫນູນຊ່ວຍຢ່າງຕັ້ງຫນ້າໃນທຸກດ້ານຈາກບັນດາອົງການກ່ຽວຂ້ອງ ແລະ ສະມາຄົມຊາວກະສິກອນຂອງເມືອງ, ຊຸດອົບຮົມ ແລະ ຖ່າຍທອດເຕັກນິກໄດ້ເປີດເປັນປະຈຳ, ລາຍຮັບປູກມອນລ້ຽງມ້ອນຂອງຄອບຄົວຈຶ່ງເພີ່ມຂຶ້ນສູງ. ປະຈຸບັນ ຄອບຄົວອ້າຍ ເກັບລາຍຮັບມາໄດ້ເກືອບ 20 ລ້ານດົ່ງ/ເດືອນ.

ບໍ່ພຽງແຕ່ ຢູ່ ເລີມຮ່າ, ຢີລີງ ເທົ່ານັ້ນ ຮູບແບບປູກມອນລ້ຽງມ້ອນ ກໍ່ໄດ້ພັດທະນາຢ່າງກວ້າງຂວາງຢູ່ຫລາຍເຂດຊົນເຜົ່າສ່ວນຫນ້ອຍຂອງແຂວງ ເລີມດົ່ງອີກດ້ວຍ. ຕາມທ່ານນາງ ບຸ່ຍທິແທງຮ່ວຽນ, ຮອງປະທານສະມາຄົມຊາວກະສິກອນ ຕາແສງ ລົກເຕີນ ເມືອງ ບ໋າວເລີມ ແລ້ວ, ການປູກມອນລ້ຽງມ້ອນ ແມ່ນຮູບແບບຫລຸດພົ້ນອອກຈາກຄວາມທຸກຍາກ, ຊ່ວຍຊາວຊົນເຜົ່າສ່ວນຫນ້ອຍຢູ່ບໍລິເວນມີເງື່ອນໄຂປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ, ໃນນັ້ນ ມີຫລາຍຄອບຄົວບືນຕົວຂຶ້ນກາຍເປັນຄອບຄົວມີເງື່ອນໄຂເສດຖະກິດດີພໍສົມຄວນ.

ຫລາຍຄອບຄົວຊາວຊົນເຜົ່າສ່ວນຫນ້ອຍຢູ່ ແຂວງ ເລີມດົ່ງ ຫລຸດພົ້ນອອກຈາກຄວາມທຸກຍາກຍ້ອນການປູກມອນລ້ຽງມ້ອນ. ພາບ:VOV

“ ພໍ່ແມ່ປະຊາຊົນຊາວຊົນເຜົ່າສ່ວນຫນ້ອຍຢູ່ທີ່ນີ້ ສ່ວນຫລາຍແມ່ນປູກມອນລ້ຽງມ້ອນ ແລະ ການ ປູກມອນລ້ຽງມ້ອນແມ່ນໃນໄລຍະສັ້ນໃຊ້ທຶນຫນ້ອຍນຳມາເຊິ່ງລາຍຮັບໄວ ສະນັ້ນ ພໍ່ແມ່ປະຊາຊົນຈຶ່ງມີຄວາມປິຕິຊົມຊື່ນ.  ເວົ້າລວມແລ້ວ ປະຈຸບັນ ຊາວເຜົ່າສ່ວນຫນ້ອຍ ມີຊີວິດນັບມື້ນັບດີຂຶ້ນເສດຖະກິດນັບມື້ນັບພັດທະນາທຳມາຫາກິນແມ່ນມີປະສິດທິຜົນ

ໂດຍເຫັນໄດ້ປະສິດທິຜົນຈາກຮູບແບບປູກມອນລ້ຽງມ້ອນ, ການນຳ ແຂວງ ເລີມດົ່ງ ໄດ້ເຊັນອະນຸມັດຜ່ານແຜນຮ່າງພັດທະນາຂະແຫນງປູກມອນລ້ຽງມ້ອນໄລຍະຈະມາເຖິງແບບຍືນຍົງ. ຕາມນັ້ນແລ້ວ ສູ້ຊົນຮອດປີ 2023, ຍົກເນື້ອທີ່ການປູກມອນລ້ຽງມ້ອນໃນແຂວງໃຫ້ບັນລຸ 10.000 ເຮັກຕາ, ສະມັດຕະພາບໃບມອນບັນລຸ 210.000 ໂຕນ.. ພ້ອມກັນນັ້ນ ແຂວງເລີມດົ່ງ ຈະເອົາໃຈໃສ່ສ້າງບັນດາລະບົບຮ່ວມສຳພັນໃນການຜະລິດ, ຈຳຫນ່າຍຜະລິດຕະພັນ ຊ່ວຍຊາວກະສິກອນມີຄວາມອຸ່ນອ່ຽນໃຈ ທຳການຜະລິດ, ຍົກສູງຄຸນຄ່າຜະລິດຕະພັນຜ້າໄຫມຂອງທ້ອງຖິ່ນ. ເມື່ອແຜນຮ່າງໄດ້ຮັບການຜັນຂະຫຍາຍຢ່າງເລິກກວ້າງນັ້ນ ແນ່ນອນວ່າຈະສ້າງເງື່ອນໄຂສະດວກໃຫ້ປະຊາຊົນຢູ່ເຂດຊົນເຜົ່າສ່ວນຫນ້ອຍໃນແຂວງ ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ໃຫ້ມີຄວາມອີ່ມໜຳສຳລານກວ່າເກົ່າ.

(ແຫຼ່ງຄັດຈາກ VOV)


top