ຂ່າວສານ

ເສດຖະກິດ ຫວຽດນາມ ສືບຕໍ່ເຕີບໂຕ

ຂົງເຂດບໍລິການເພີ່ມຂຶ້ນຫຼາຍສຸດດ້ວຍ 10,6%, ປະກອບສ່ວນກ່ວາ 54%.
  ພາບປະກອບ  

ທີ່ການຖະແຫຼງຂ່າວປະກາດຕົວເລກສະຖິຕິ ເສດຖະກິດ - ສັງຄົມ ໄຕມາດ 3 ແລະ 9 ເດືອນ ປີ 2022, ຈັດຂຶ້ນໃນຕອນເຊົ້າວັນທີ 29 ກັນຍາ, ກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ, ໃຫ້ຮູ້ວ່າ: ຍອດຜະລິດຕະພັນພາຍໃນປະເທດ (GDP) ໄຕມາດ III ຄາດວ່າເພີ່ມຂຶ້ນ 13,67%; ໄລ່ລວມ 9 ເດືອນເພີ່ມຂຶ້ນ 8,83% - ເຊິ່ງແມ່ນລະດັບສູງສຸດໄລຍະ 2011 – 2022. ໃນຂົງເຂດບໍລິການເພີ່ມຂຶ້ນຫຼາຍສຸດດ້ວຍ 10,6%, ປະກອບສ່ວນກ່ວາ 54%. ທ່ານນາງ ຫງວຽນທູແອັງ - ຫົວໜ້າກົມສະຖິຕິລາຄາ, ກົມໃຫຍ່ສະຖິຕິ ຢັ້ງຢືນວ່າ:

“ຫວຽດນາມ ຍັງສືບຕໍ່ນອນໃນກຸ່ມມີລະດັບເງິນເຟີ້ຕ່ຳ ແລະ ຕ່ຳກ່ວາຄາດໝາຍສະພາແຫ່ງຊາດວາງອອກ. ນີ້ແມ່ນຜົນງານຂອງ ຫວຽດນາມ ໃນການຄວບຄຸມໄພເງິນເຟີ້, ຊ່ວຍຮັກສາເສດຖະກິດມະຫາພາກເປັນປົກກະຕິ”

ຍອດເງິນລົງທຶນຕ່າງປະເທດຈົດທະບຽນຢູ່ ຫວຽດນາມ ໄລ່ຮອດວັນທີ 20 ກັນຍາ ບັນລຸເກືອບ 19 ຕື້ USD, ເງິນລົງທຶນຈາກຕ່າງປະເທດປະຕິບັດຢູ່ ຫວຽດນາມ ຄາດວ່າບັນລຸເກືອບ 15,5 ຕື້ USD - ເຊິ່ງເປັນລະດັບສູງສຸດຂອງໄລຍະດຽວກັນ 5 ປີຜ່ານມາ; ວົງເງິນສົ່ງອອກສິນຄ້າ 9 ເດືອນຄາດວ່າບັນລຸເກືອບ 283 ຕື້ USD, ເພີ່ມຂຶ້ນ 17,3%. ໃນ 9 ເດືອນຜ່ານມາ, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸປະມານ 1,87 ລ້ານເທື່ອຄົນ.


top