ຂ່າວສານ

ເສດຖະກິດ ຫວຽດນາມ ສາມາດບັນລຸລະດັບເຕີບໂຕ 6,7% ໃນປີ 2021

      ໃນ 6 ເດືອນຕົ້ນປີນີ້, ເສດຖະກິດ ຫວຽດນາມ ບັນລຸລະດັບເຕີບໂຕສູງທົບ 3 ເທົ່າເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
 (ພາບ: nld.com.vn)
      ຕາມບົດລາຍງານລະອຽດ ກ່ຽວກັບການເຕີບໂຕເສດຖະກິດໃນໄຕມາດທີ 2 ຂອງປີ 2021, ໂດຍທະນາຄານ United Oversea Bank, ຊື່ງແມ່ນໜຶ່ງໃນບັນດາທະນາຄານອັນດັບໜຶ່ງຢູ່ ສິງກະໂປ ໄດ້ຍົກອອກມາແລ້ວ, ເຖິງວ່າໄດ້ປະສົບກັບໂລກລະບາດໂຄວິດ 19 ຮອບທີ 4 ກໍ່ຕາມ ແຕ່ເສດຖະກິດ ຫວຽດນາມ   ຍັງຢູ່ໃນທ່າພັດທະນາທີ່ຕັ້ງໜ້າ. ບົດລາຍງານຢືນຢັນວ່າ ເສດຖະກິດ ຫວຽດນາມ   ບັນລຸລະດັບເຕີບໂຕໄວໃນໄຕມາດທີ 2 ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອສືບຕໍ່ມີການເຕີບໂຕໃນ 6 ເດືອນທ້າຍປີ.
ຕາມບົດລາຍງານແລ້ວ, ໃນ 6 ເດືອນຕົ້ນປີນີ້, ເສດຖະກິດ ຫວຽດນາມ ບັນລຸລະດັບເຕີບໂຕສູງທົບ 3 ເທົ່າເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ພິເສດ, ໃນໄຕມາດທີ 2, ເຖິງວ່າໂລກລະບາດໂຄວິດ 19 ຮອບທີ 4ໄດ້ເກີດຂຶ້ນ ແຕ່ GDP ຍັງຢູ່ໃນລະດັບດີ, ບັນລຸ  6,6%. ການສົ່ງອອກເພີ່ມຂຶ້ນແຮງ, ເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI)  ຍັງຢູ່ໃນລະດັບຕັ້ງໜ້າ ຊື່ງໄດ້ຢັ້ງຢືນຢ່າງຈະແຈ້ງ ຄວາມເຊື່ອໝັ້ນຂອງບັນດານັກລົງທຶນສຳຄັນຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ. ບັນດາປັດໄຈນີ້ ຈະສ້າງພື້ນຖານໝັ້ນຄົງໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ. ສະນັ້ນ, ທະນາຄານ United Oversea Bank ຍັງຮັກສາການຄາດຄະເນເສດຖະກິດ ຫວຽດນາມ ຈະບັນລຸລະດັບເຕີບໂຕ 6,7% ໃນປີນີ້.
(ແຫຼ່ງຄັດຈາກ VOV)


top