ຂ່າວສານ

ເສດຖະກິດ ຫວຽດນາມ ນຳເອົາກາລະໂອກາດໃຫຍ່ມາໃຫ້ບັນດານັກລົງທຶນ

      ວາລະສານ Global Business Outlook (ໃຫ້ຂ່າວສະເພາະບັນດາຂະແໜງອຸດສາຫະກຳຫຼັກແຫຼ່ງທີ່ມີສຳນັກງານຕັ້ງຢູ່ ອັງກິດ) ໄດ້ຄັດສະເໜີບົດລາຍງານຂອງທະນາຄານພັດທະນາສິງກະໂປ ໂດຍຖືວ່າ: ຮອດປີ 2029, ເສດຖະກິດ ຫວຽດນາມ ອາດຈະມີການເຕີບໂຕສູງກ່ວາ ສິງກະໂປ.

(ພາບປະກອບ/TTXVN)
      ຕາມບົດຂຽນແລ້ວ, ໃນ 10 ປີຈະມາເຖິງ, ຫວຽດນາມ ອາດຈະມີການເຕີບໂຕຢູ່ໃນລະດັບແຕ່ 6% - 6,5%. ທ່ານ Irvin Seah ຖືວ່າ ບັນດານັກລົງທຶນທົ່ວໂລກມີຄວາມສົນໃຈປະເທດ ຫວຽດນາມ ຫລາຍທີ່ສຸດ.
        ບາງສຳນັກຂ່າວສານກໍ່ໃຫ້ຂ່າວວ່າ ຕາມບົດລາຍງານຂອງທະນາຄານພັດທະນາສິງກະໂປ ແລ້ວ, ເສດຖະກິດ ຫວຽດນາມ ໃນຊຸມປີຈະມາເຖິງ ອາດຈະເຕີບໂຕແຮງ ຍ້ອນມີປັດໄຈນະໂຍບາຍເສດຖະກິດສຸມໃສ່ສະຖຽນລະພາບຍາວນານ ແລະ ເອົາໃຈໃສ່ຕໍ່ການລົງທຶນ.
  (ແຫຼ່ງຄັດຈາກ VOV)


top