ຂ່າວສານ

ເສດຖະກິດ ຈີນ ຟື້ນຟູ ແມ່ນສັນຍານທີ່ດີສຳລັບເສດຖະກິດທົ່ວໂລກ

      ຈີນ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດໃຫຍ່ໜຶ່ງດຽວໃນໂລກທີ່ມີການເຕີບໂຕໃນປີ 2020 ເຊິ່ງແມ່ນສັນຍານທີ່ດີສຳລັບພື້ນຖານເສດຖະກິດທົ່ວໂລກ.

ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ຈ້າວຫຼີຈຽນ
      ວັນທີ 14 ຕຸລາ, ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ຈ້າວຫຼີຈຽນ ໃຫ້ຂໍ້ສັງເກດວ່າ: ເລື່ອງ, ກອງທຶນເງິນຕາສາກົນ (IMF) ຄາດຄະເນຫວ່າງມໍ່ໆມານີ້ວ່າ ຈີນ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດໃຫຍ່ໜຶ່ງດຽວໃນໂລກທີ່ມີການເຕີບໂຕໃນປີ 2020 ເຊິ່ງແມ່ນສັນຍານທີ່ດີສຳລັບພື້ນຖານເສດຖະກິດທົ່ວໂລກ.
        ທ່ານ ຈ້າວຫຼີຈຽນ ຢັ້ງຢືນວ່າ, ປະເທດນີ້ພວມຊຸກຍູ້ການຟື້ນຟູການຜະລິດຢ່າງຮອບດ້ານ, ຍູ້ໄວການຟື້ນຟູການເຄື່ອນໄຫວຜະລິດ ກໍຄືຊີວິດສັງຄົມ, ປະກອບສ່ວນສ້າງລະບົບສະໜອງ, ລະບົບຜະລິດທົ່ວໂລກໃຫ້ເປັນປົກກະຕິ. ຈີນ ຈະສືບຕໍ່ຍູ້ແຮງການປະຕິຮູບເປີດປະຕູຢ່າງຮອບດ້ານ, ຊຸກຍູ້ສະພາບການລວມໃຫ້ພັດທະນາຕາມການ “ໝູນວຽນຄວບຄູ່” ດ້ວຍການສົມທົບລະຫວ່າງພາຍໃນ ແລະ ພາຍນອກ.
(ແຫຼ່ງຄັດຈາກ VOV)


top