ຂ່າວສານ

ເວ​ີ​​ທີປາ​ໄສ ວິ​ສາ​ຫະ​ກິດ ຫວຽດ​ນາມ-ອາ​ຟ​ຼິກ​ກາ​ໃຕ້: ຮັບ​ປະ​ກັນ​ສິດ, ຜົນ​ປະ​ໂຫຍດ​ອັນ​ສອ​ບ​ທຳ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ຫວຽດນາມ ແລະ ອາຟຼິກກາໃຕ້ ມີທ່າແຮງໃນບັນດາຂົງເຂດຂຸດຄົ້ນແຮ່ທາດ, ຄອບຟິວເຕີ, ເກີບໜັງ, ເຄື່ອງຕັດຫຍີບ…
(ພາບ: TTXVN)

ຕອນບ່າຍວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Cyril Ramaphosa ປະທານາທິບໍດີ ສ. ອາຟຼິກກາໃຕ້ ໄດ້ພ້ອມກັນເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ອາຟຼິກກາໃຕ້.

  ທີ່ເວທີປາໄສ, ວິສາຫະກິດສອງປະເທດ ມີໂອກາດພົບປະໂດຍກົງ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຊອກຫາຄູ່ຮ່ວມມືດຳເນີນທຸລະກິດ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.

  ທີ່ເວທີປາໄສ,  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ  ເນັ້ນໜັກວ່າ ຫວຽດນາມ ແລະ ອາຟຼິກກາໃຕ້ ມີທ່າແຮງໃນບັນດາຂົງເຂດຂຸດຄົ້ນແຮ່ທາດ, ຄອບຟິວເຕີ, ເກີບໜັງ, ເຄື່ອງຕັດຫຍີບ…ທ່ານສະເໜີໃຫ້ສອງປະເທດຈົ່ງນຳໜ້າ, ເຊື່ອມຕໍ່ພາກລັດ ແລະ ພາກເອກະຊົນ, ພ້ອມກັນພັດທະນາ.


top