ຂ່າວສານ

ເວ​ທີ​ປາ​ໄສ​ແຫ່ງ​ຊາດ​ກ່ຽວ​ກັບ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ

ຕອນເຊົ້າວັນທີ 8 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສແຫ່ງຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຢີດີຈີຕອນ ຄັ້ງທີ 4.
  ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ເວທີປາໄສ (ພາບ: ictnews.vietnamnet.vn)  

ຢູ່ເວທີປາໄສ, ຜູ້ແທນໄດ້ປຶກສາຫາລື ບັນດາຫົວຂໍ້: ພັດທະນາແບບຍືນຍົງ ແລະ ຍົກສູງຄຸນຄ່າຫວຽດ ໃນລະບົບມູນຄ່າທົ່ວໂລກ, ເຊື່ອມຕໍ່ລະບົບຊີວະພາບຜະລິດຕະພັນ, ການບໍລິການເຕັກໂນໂລຢີດີຈີຕອນ Make In Viet Nam ທັງຢູ່ພາຍໃນ ແລະ ຕ່າງປະເທດ, ຍຸດທະສາດການພັດທະນາວິສາຫະກິດ ເຕັກໂນໂລຢີດີຈີຕອນພາຍໃນປະເທດ, ສະເໜີວິທີການແກ້ໄຂບັນດາບັນຫາໃນການພັດທະນາວິສາຫະກິດເຕັກໂນໂລຢີດີຈີຕອນຢູ່ ຫວຽດນາມ, ຊອກຫາກາລະໂອກາດແຊກຊຶມເຂົ້າຕະຫຼາດຕ່າງປະເທດ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກວ່າ ປັດຈຸບັນ ຫວຽດນາມ ມີວິສາຫະກິດ 65.000 ແຫ່ງທີ່ເຄື່ອນໄຫວໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ໃນນັ້ນມີບັນດາວິສາຫະກິດໃຫຍ່ຄື: FPT, CMC, MISA… ໃນໄລຍະຈະມາເຖິງ ບັນດາວິສາຫະກິດ ຫວຽດນາມຄວນເຊື່ອມຕໍ່ການສ້າງປະຊາຄົມ ທີ່ມີຜູ້ນຳໜ້າ, ຫັນຄວາມສາມັກຄີເປັນກຳລັງແຮງ, ພ້ອມກັນກ້າອອກສູ່ຕະຫຼາດຕ່າງປະເທດ ດ້ວຍຄວາມໝັ້ນໃຈກ່ວາ.

ເນື່ອງໃນໂອກາດນີ້, ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ມອບລາງວັນຜະລິດຕະພັນ ເຕັກໂນໂລຢີດີຈີຕອນ Make In Viet Nam 2022 ແລະ ຈັດຕັ້ງງານວາງສະແດງວິທີການແກ້ໄຂດີຈີຕອນ Make In Viet Nam ດີເດັ່ນ.


top