ຂ່າວສານ

ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ນະ​ຄອນ​ໂຮ່​ຈີ​ມິນ 2023 ສຸມ​ໃສ່​ເສດ​ຖະ​ກິດ​ສີ​ຂຽວ

ເວທີປາໄສປີນີ້ ມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ, ການນຳບັນດາກະຊວງຂະແໜງການຫວຽດນາມ ພ້ອມກັບຜູ້ແທນທີ່ມາຈາກບັນດາອົງການການເງິນສາກົນ
ນະຄອນໂຮ່ຈີມິນຈັດການຖະແຫຼງຂ່າວ ກ່ຽວກັບ HEF 2023

ຕອນບ່າຍວັນທີ 11 ພຶດສະພາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຈັດການຖະແຫຼງຂ່າວກ່ຽວກັບເວທີປາໄສເສດຖະກິດນະຄອນໂຮ່ຈີມິນ ຄັ້ງທີ 4 (HEF 2023) ຄາດວ່າຈະດຳເນີນໃນລະຫວ່າງວັນທີ 13 – 17 ກັນຍາ. ນີ້ແມ່ນເຫດການສາກົນທີ່ມີຂອບຂະໜາດໃຫຍ່ ໂດຍນະຄອນຈັດຂຶ້ນປະຈຳປີ. ເວທີປາໄສປີນີ້ ມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ, ການນຳບັນດາກະຊວງຂະແໜງການຫວຽດນາມ ພ້ອມກັບຜູ້ແທນທີ່ມາຈາກບັນດາອົງການການເງິນສາກົນ ຄື: ທະນາຄານໂລກ (WB), ກອງທຶນເງິນຕາສາກົນ (IMF), ກອງທຶນການເງິນສາກົນ (IFC), ທະນາຄານພັດທະນາອາຊີ (ADB), ເວທີປາໄສເສດຖະກິດໂລກ (WEF), ບັນດານັກຄຸ້ມຄອງ ແລະ ການນຳບັນດາທ້ອງຖິ່ນທີ່ ມາຈາກ 21 ປະເທດ, ຜູ້ຕາງໜ້າບັນດາອົງການທຸຕານຸທູດ, ສະຖານກົງສູນ, ວິສາຫະກິດ, ນັກຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ເລເຈື່ອງຢຸຍ, ຜູ້ຕາງໜ້າພະແນກພົວພັນການຕ່າງປະເທດ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

ທາງນະຄອນກຳນົດວ່ານີ້ແມ່ນເວທີປາໄສສາກົນທີ່ມີຂອບຂະໜາດໃຫຍ່ດັ່ງນັ້ນໄດ້ມີການກະກຽມແບບທາງໄກໂດຍໄວ. ໃນນັ້ນ, ທາງນະຄອນຈະເຊື້ອເຊີນວິສາຫະກິດ, ກຸ່ມບໍລິສັດຫຼາຍແຫ່ງ, ຄະນະແຂກສາກົນມາແບ່ງປັນບົດຮຽນປະສົບການກ່ຽວກັບການເຕີບໂຕແບບຍືນຍົງ, ການພັດທະນາສີຂຽວ, ເສດຖະກິດໝູນວຽນ ມຸ່ງໄປເຖິງການປ່ອຍອາຍພິດລົງລະດັບ 0.


top