ຂ່າວສານ

ເວ​ທີ​ປາ​ໄສ​ລັດ​ຖະ​ມົນ​ຕີ OCED - ອາ​ຊຽນ 2022

ຕອນບ່າຍວັນທີ 17 ຕຸລາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OCED), ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີຈັດເວທີປາໄສລັດຖະມົນຕີ OCED - ອາຊຽນ 2022 ແບບເຊິ່ງໜ້າຢູ່ ຮ່າໂນ້ຍ, ສົມທົບກັບທາງໄກຢູ່ປາຣີ (ຝລັ່ງ) ແລະ ບັນດາສະຖານທີ່ເຊື່ອມຕໍ່ທາງໄກ.

ຕອນບ່າຍວັນທີ 17 ຕຸລາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OCED), ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີຈັດເວທີປາໄສລັດຖະມົນຕີ OCED - ອາຊຽນ 2022 ແບບເຊິ່ງໜ້າຢູ່ ຮ່າໂນ້ຍ, ສົມທົບກັບທາງໄກຢູ່ປາຣີ (ຝລັ່ງ) ແລະ ບັນດາສະຖານທີ່ເຊື່ອມຕໍ່ທາງໄກ.

    

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ກ່າວຄຳເຫັນທີ່ເວທີປາໄສ

(ພາບ: TTXVN)

ດ້ວຍຫົວຂໍ້ “ເຊື່ອມຕໍ່ພາກພື້ນ: ຊຸກຍູ້ການພົວພັນຄູ່ຮ່ວມມືມຸ່ງໄປເຖິງລະບົບສະໜອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຍືນຍົງ”, ເວທີປາໄສໄດ້ປຶກສາຫາລືບັນດາວິທີການຊ່ວຍບັນດາປະເທດ OCED ແລະ ອາຊີຕາເວັນອອກສ່ຽງໃຕ້ ປັບປຸງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງລະບົບສະໜອງ, ເພື່ອແນໃສ່ຮັບມືກັບບັນຫາທີ່ເກີດຂຶ້ນແບບກະທັນຫັນ, ກໍ່ຄືສ້າງພື້ນຖານໃຫ້ແກ່ອະນາຄົດສີຂຽວ ແລະ ໝູນໃຊ້ດີຈີຕອນທີ່ດີກ່ວາ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ຢັ້ງຢືນວ່າ:

ອາຊຽນພວມມານະພະຍາຍາມປະຕິບັດວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ, ພ້ອມກັນການຍູ້ແຮງການຮ່ວມມືພາຍໃນກຸ່ມ, ເພີ່ມທະວີການພົວພັນ OCED - ອາຊີຕາເວັນອອກສ່ຽງໃຕ້ ໃຫ້ສົມກັບຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງທັງສອງຝ່າຍແມ່ນມີບົດບາດສຳຄັນທີ່ສຸດ. ຂ້າພະເຈົ້າເຊື່ອໝັ້ນວ່າ ເວທີປາໄສຄັ້ງນີ້ຈະຍົກອອກບັນດາວິທີການແກ້ໄຂຢ່າງຮອບດ້ານ ແລະ ມີລັກສະນະເປັນໄປໄດ້ສູງ ເພື່ອຍົກສູງລະດັບ ແລະ ເຮັດໃຫ້ການພົວພັນລະຫວ່າງ OCED - ອາຊີຕາເວັນອອກສ່ຽງໃຕ້ເລິກເຊິ່ງກ່ວາອີກ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຂອງສອງພາກພື້ນ ແລະ ໃນໂລກ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງສະເໜີເພີ່ມທະວີ ການຮ່ວມມືດ້ານລະບົບສະໜອງລະຫວ່າງ OECD ແລະ ອາຊີຕາເວັນອອກສ່ຽງໃຕ້ໃຫ້ຫຼາຍກ່ວາອີກ, ສ້າງ, ປັບປຸງ, ເຊື່ອມຕໍ່ລະບົບສະໜອງລະຫວ່າງ OECD ແລະ ອາຊີຕາເວັນອອກສ່ຽງໃຕ້ ບົນພື້ນຖານສວຍໃຊ້ຕາໜ່າງເຊື່ອມຕໍ່ເສດຖະກິດທີ່ມີຢູ່ແລ້ວໃນປັດຈຸບັນ, OECD ສືບຕໍ່ໜູນຊ່ວຍອາຊີຕາເວັນອອກສ່ຽງໃຕ້ໃນການຍົກສູງ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ສ້າງອາຊຽນກາຍເປັນສູນເສນາທິການ, ຍົກສູງກຳລັງຄວາມສາມາດ ຂອງວິສາຫະກິດ ຂະໜາດກາງ ແລະ ນ້ອຍໃນພາກພື້ນ, ໜູນຊ່ວຍອາຊີຕາເວັນອອກສ່ຽງໃຕ້ ສ້າງລະບອບລະບຽບການນະໂຍບາຍ, ຍົກສູງຄວາມສາມາດໃນການຄຸ້ມຄອງປະເທດຊາດ.

ແຫຼ່ງຄັດຈາກ VOV


top