ຂ່າວສານ

ເວ​ທີ​ປາ​ໄສ​ພົບ​ປະ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ລາວ ແລະ ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ລາວ

ປະຈຸບັນ, ຫຼາຍໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ ພວມເຄື່ອນໄຫວຢ່າງມີປະສິດທິຜົນ, ສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ຜູ້ອອກແຮງງານນັບພັນຄົນ...
  (ພາບ: VOV Lao)  

ຕອນບ່າຍວັນທີ 9 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ລາວ ສົມທົບກັບສະຖານທູດຫວວຽດນາມ ປະຈຳລາວ ຈັດເວທີປາໄສພົບປະລະຫວ່າງບັນດາອົງການມີໜ້າທີ່ຮັບຜິດຊອບຂອງລາວ ແລະ ວິສາຫະກິດຫວຽດນາມ ຢູ່ລາວ. ກ່າວຄຳເຫັນນະທີ່ນິ້, ທ່ານເຈິ່ນກັວກເຟືອງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ປາດຖະໜາວ່າ ບັນດາອົງການມີໜ້າທີ່ຮັບຜິດຊອບຂອງລາວ ຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍ, ແກ້ໄຂບັນດາຂໍ້ຫຍຸ້ງຍາກ, ສິ່ງຕິດຄັດໃຫ້ແກ່ວິສາຫະກິດຫວຽດນາມ; ສະເໜີໃຫ້ບັນດານັກລົງທຶນແລະ ວິສາຫະກິດຫວຽດນາມ ສຸມໃສ່ແຫຼ່ງກຳລັງຍູ້ໄວການປະຕິບັດບັນດາໂຄງການລົງທຶນ.

ປະຈຸບັນ, ຫຼາຍໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ ພວມເຄື່ອນໄຫວຢ່າງມີປະສິດທິຜົນ, ສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ຜູ້ອອກແຮງງານນັບພັນຄົນ, ເພີ່ມແຫຼ່ງງົບປະມານໃຫ້ລັດລາວ, ໂດຍສະເພາະແມ່ນໃນຂົງເຂດໂທລະຄົມມະນາຄົມ, ທະນາຄານ, ກະສິກຳ, ປ່າໄມ້…


top