ໃນກອງປະຊຸມປະຈຳປີເວທີປາໄສອາຊີປົວຢາວ (BFA) ປີ 2026 ທີ່ພວມດຳເນີນຢູ່ເທດສະບານ ປົວຢາວ, ແຂວງ ໄຮນາມ ໃນວັນທີ 26 ມີນາ, ບັນດາປະເທດ ໄດ້ຮຽກຮ້ອງໃຫ້ເປີດປະຕູຕະຫຼາດໂດຍບໍ່ຫົວຊາຕໍ່ບັນດາການປະທະກັນທົ່ວໂລກ.
ທ່ານ ຈ້າວເຫຼືອຈິ, ປະທານສະພາປະຊາຊົນແຫ່ງຊາດຈີນ (ພາບ: REUTERS/Tingshu Wang)
ໃນບົດກ່າວປາໄສທີ່ວາລະປະຊຸມຄົບຄະນະ, ທ່ານ ຈ້າວເຫຼືອຈິ, ປະທານສະພາປະຊາຊົນແຫ່ງຊາດຈີນ ເນັ້ນໜັກວ່າ ໃນສະພາບການຜັນແປທີ່ສັບສົນແບບບໍ່ເຄີຍມີມາກ່ອນຄືໃນປັດຈຸບັນ, ບັນດາປະເທດຕ້ອງເດີນຕາມທ່າອ່ຽງສັນຕິພາບ, ພັດທະນາ, ຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນສ້າງຊາຍຄາອາຊີທີ່ດີງາມກວ່າເກົ່າ; ຕ້ອງປະການປະທະກັນ ແລະ ສູ້ຢັນກັນເພື່ອສ້າງອະນາຄົດແຫ່ງສັນຕິພາບ ແລະ ໝັ້ນຄົງ; ປະການຢູ່ໂດດດ່ຽວ ແລະ ລົບລ້າງເພື່ອສ້າງອະນາຄົດແຫ່ງການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ປະສິດອຳນາດດ້ານການເມືອງ ແລະ ການຂົ່ມເຫັງກັນເພື່ອສ້າງອະນາຄົດທີ່ຍຸຕິທຳ ແລະ ຊອບທຳ; ປະຖີ້ມຄວາມສົງໄສ ແລະ ຫຼີກໜີ ເພື່ອສ້າງອະນາຄົດທີ່ມີຄວາມເຄົາລົບ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ.
ດ້ວຍຫົວຂໍ້ “ສ້າງອະນາຄົດຮ່ວມກັນ: ສະພາບການໃໝ່, ໂອກາດໃໝ່, ການຮ່ວມມືໃໝ່”, ເວທີປາໄສ BFA ປີ 2026 ດຳເນີນແຕ່ວັນທີ 24 – 27 ມີນາ, ດ້ວຍຄຳໝັ້ນສັນຍາເພີ່ມທະວີສາຍພົວພັນຄູ່ຮ່ວມມື ອາຊີ - ປາຊີຟິກ ແລະ ຊອກຫາການພັດທະນາລວມ; ຮັກສາລັດທິຫຼາຍຝ່າຍ ແລະ ຊຸກຍູ້ການພັດທະນາເປີດ, ຮອບດ້ານ, ຍືນຍົງ ແລະ ມີຄຸນນະພາບສູງ; ເຮັດໃຫ້ການຮ່ວມມືໃນພາກພື້ນ ແລະ ການເຊື່ອມໂຍງເສດຖະກິດລະຫວ່າງບັນດາປະເທດ ອາຊີ ມີຄວາມເລິກເຊິ່ງຕື່ມອີກ. ກອງປະຊຸມປະຈຳປີໃນປີນີ້ ໄດ້ສຸມໃສ່ບັນດາເນື້ອຫາ ຄື: ຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ຊອກຫາມາດຕະການສຳລັບບັນດາສິ່ງທ້າທາຍທົ່ວໂລກ…