ຂ່າວສານ

ເວ​ທີ​ປາ​ໄສ AFF: ເຊື່ອມ​ຕໍ່​ບັນ​ດາ​ພັກ​ການ​ເມືອງ ແລະ ຕົວ​ເມືອງ ອາ​ຊຽນ

ກອງ​ປ​ະ​ຊຸມ​ການ​ນຳ​ບັນ​ດາ​ນະ​ຄອນ ອາ​ຊຽນ​ໂດຍ​ນະ​ຄອນ​ຮ່າ​ໂນ້​ຍ​ຈັດ​​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ເຕີບ​ໂຕ​ສີ​ຂຽວ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່.
  ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (ພາບ: AFF)  

ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF), ວັນ​ທີ 8 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ສອງ​ເຫດ​ການ​ຢູ່ນອກ​ເວ​ທີ​ປາ​ໄສ​ສຳ​ຄັນ​ລວມ​ມີ: ການ​ໂອ້​ລົມ​ສົນ​ທະ​ນາ "ບົດ​ບາດ​ຂອງ​ບັນ​ດາ​ພັກ​ການ​ເມືອງ​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ການ​ສ້​າງ​ປະ​ຊາ​ຄົມ​ອາ​ຊຽນ" ແລະ ກອງ​ປະ​ຊຸມ​ການ​ນຳ​ບັນ​ດາ​ນະ​ຄອນ​ອາ​ຊຽນ, ປະ​ກອ​ບ​ສ່ວນ​ເປີດກວ້າງ​ບັນ​ດາ​ຊ່ອງ​ທ​າງ​ຮ່ວມ​ມື​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ.

ການ​ໂອ້​ລົມ​ສົນ​ທະ​ນາ “ບົດ​ບາດ​ຂອງ​ບັນ​ດາ​ພັກ​ການ​ເມືອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ” ເຕົ້າ​ໂຮມ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າກວ່າ 10 ພັກ​ການ​ເມືອງ​ໃນ​ພາກ​ພື້ນ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ກົນ​ໄກ​ໂອ້​ລົມ​ສົນ​ທະ​ນາຫຼາຍ​ຝ່າຍ​ລະ​ຫວ່າງ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ. ຂໍ້​ລິ​ເລີ່ມ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ສອດ​ຄ່ອງ​ກັບ​ນະ​ໂຍ​ບາຍ​ການ​ທູດ​ຮອບ​ດ້ານ ຂອງ ຫວຽດ​ນາມ, ລວມ​ມີ​ສາມ​ເສົາ​ຄ້ຳ​ແມ່ນ​ການ​ທູດ​ພັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ.

ໃນ​ຂະ​ນະ​ນັ້ນ, ກອງ​ປ​ະ​ຊຸມ​ການ​ນຳ​ບັນ​ດາ​ນະ​ຄອນ ອາ​ຊຽນ​ໂດຍ​ນະ​ຄອນ​ຮ່າ​ໂນ້​ຍ​ຈັດ​​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ເຕີບ​ໂຕ​ສີ​ຂຽວ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່.


top