ຂ່າວສານ

ເວັບ​ໄຊ Fulcrum.sg: ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ UNCLOS 1982

ຫວຽດນາມ ແມ່ນໜຶ່ງໃນຈຳນວນ 117 ປະເທດທຳອິດທີ່ລົງນາມໃນສົນທິສັນຍາດັ່ງກ່າວ. ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ມີຄວາມມານະພະຍາຍາມຫຼາຍພໍສົມຄວນເພື່ອຮັບຮອງເອົາ ແລະ ປະຕິບັດມາດຕາຕ່າງໆຂອງສົນທິສັນຍາ UNCLOS 1982. ນອກຈາກນັ້ນແລ້ວ, ຫວຽດນາມ ກໍຮຽກຮ້ອງໃຫ້ປະເທດອື່ນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເຄົາລົບ ແລະ ປະຕິບັດ UNCLOS 1982.
  ການຂຸດຄົ້ນນ້ຳມັນຢູ່ທະເລຂອງ ຫວຽດນາມ (ພາບ: PVN)  

ຫວ່າງມໍ່ໆມານີ້, ໃນເວັບໄຊ Fulcrum.sg ຂອງ ສິງກະໂປ ໄດ້ລົງບົດຂຽນກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ພ້ອມທັງຍົກໃຫ້ເຫັນບົດບາດສຳຄັນຂອງ UNCLOS ໃນການແກ້ໄຂບັນດາສິ່ງທ້າທາຍທີ່ກ່ຽວຂ້ອງເຖິງທະເລ ແລະ ມະຫາສະໝຸດຢ່າງພົ້ນເດັ່ນ.

ຕາມຜູ້ຂຽນແລ້ວ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 117 ປະເທດທຳອິດທີ່ລົງນາມໃນສົນທິສັນຍາດັ່ງກ່າວ. ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ມີຄວາມມານະພະຍາຍາມຫຼາຍພໍສົມຄວນເພື່ອຮັບຮອງເອົາ ແລະ ປະຕິບັດມາດຕາຕ່າງໆຂອງສົນທິສັນຍາ UNCLOS 1982. ນອກຈາກນັ້ນແລ້ວ, ຫວຽດນາມ ກໍຮຽກຮ້ອງໃຫ້ປະເທດອື່ນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເຄົາລົບ ແລະ ປະຕິບັດ UNCLOS 1982.

ຕາມບົດຂຽນແລ້ວ, ຄວາມສຳຄັນຂອງ UNCLOS 1982 ສຳລັບ ຫວຽດນາມ ໄດ້ຮັບການພິສູດໃນ 40 ປີຜ່ານມາ, ພິເສດແມ່ນໃນການຫັນຖະແຫຼງການກ່ຽວກັບອະທິປະໄຕທະເລຂອງ ຫວຽດນາມ ເປັນກົດໝາຍ, ເພີ່ມທະວີລະບົບຄຸ້ມຄອງ ແລະ ກົດໝາຍພາຍໃນປະເທດ, ຊຸກຍູ້ການຮ່ວມມືກັບປະເທດອື່ນ ແລະ ແກ້ໄຂການຂັດແຍ້ງກັນຢູ່ທະເລ.


top