ວັດທະນະທຳ

ເວທີສະແດງ ແຈ່ວ ໝູ່ບ້ານ ຄວັກ

ຕໍ່ໜ້າບັນດາຮູບແບບສິລະປະໃໝ່, ສິລະປະຂັບແຈ່ວ ກໍາລັງຄ່ອຍໆ ສູນຫາຍໄປ ໃນຊີວິດວັດທະນະທໍາ ຍຸກໃໝ່. ແຕ່ໃນໝູ່ບ້ານກະສິ ກຳ ແຫ່ງໜຶ່ງຢູ່ເຂດທົ່ງພຽງແມ່ນ້ຳແດງ, ການສະແດງຂັບ ແຈ່ວ ຍັງ ຄົງໄດ້ຈັດຂຶ້ນຢູ່ຕາມເດີ່ນສາລາ, ວັດ ແລະ ສຽງຂັບ ແຈ່ວ ຍັງໄດ້ ຍິນຢູ່ທົ່ວທຸກທາງຮ່ອມໃນໝູ່ບ້ານ. 
ໝູ່​ບ້ານ ຄວັກ ໄດ້ຖືວ່າ ເປັນບໍ່ເກີດ ຂອງ ສິລະປະຂັບ ແຈ່ວ ຢູ່ເຂດ ທົ່ງພຽງພາກເໜືອ ມາຮອດປັດຈຸບັນ ຍັງຄົງຮັກສາໄວ້ໄດ້ ບັນດາ ທຳນອງ ແຈ່ວ ພື້ນເມືອງ. ພາບ: ແຄ໋ງລອງ/VNP

ຕາມ​ການ​ແນະນຳ ​ຂອງ ​ພະ​ແນ​ກ ວັດທະນະທຳ, ກິລາ ​ແລະ ທ່ອງ​ ທ່ຽວ​ ແຂວງ ​ຖ໋າຍ​ບິ່ງ, ພວກ​ຂ້າພະ​ເຈົ້າ​ໄດ້​ໄປຍັງໝູ່​ບ້ານ​ ຄວັກ (ຕາ​ແສງ ຟອງ​ເຈົາ, ​ເມືອງ ດົ່ງ​ຮຶງ, ​ແຂວງ ​ຖ໋າຍ​ບິ່ງ) ​ເພື່ອ​ຊອກ​ຮູ້ ກ່ຽວ ກັບ ການຂັບແຈ່ວ ເຊິ່ງແມ່ນສິລະປະພື້ນເມືອງ ປະເພດໜຶ່ງ. ​ນັບ ຕັ້ງແຕ່​ຫົວ​ບ້ານ ​ຈະໄດ້​ຍິນ​ສຽງ​ຂັບ ແຈ່ວ​ ດັງ​ກ້ອງ​ກັງວານ, ຂ້າພະ​ເຈົ້າ​ແປກ​ໃຈ​ເມື່ອ​ຖາມທ່ານ​ນາງ ກາວ​ຮົ່ງ​ເບິກ, ສະມາຊິກ​ຄະນະ​ຮັບຜິດຊອບສະ​ໂມ​ສອນ​ໝູ່​ບ້ານ​ ຄວັກ ​ໄດ້​ຍິ້ມ ​ແລະ ​ເວົ້າ​ວ່າ: “ຂັບ ແຈ່ວ ແມ່ນຜະລິດຕະພັນພິເສດ ຂອງ ໝູ່ບ້ານ ຄວັກ, ເມື່ອມີເວລາ ວ່າງ, ນັບແຕ່ເດັກນ້ອຍ ໄປເຖິງຜູ້ໃຫຍ່ ຕ່າງກໍຟັງ ແລະ ຂັບ ແຈ່ວ. ຖ້າມາຍັງໝູ່ບ້ານ ໃນຍາມມີງານບຸນ​, ພວກເຈົ້າຈະໄດ້ເຫັນ ກັບຕາ ບັນຍາກາດ ຄຶກຄື້ນ ມ່ວນຊື່ນດ້ວຍ ສຽງກອງ, ສຽງດົນຕີ, ​ບັນດາກກອງສິລະປະ ແຈ່ວ ແຂ່ງຂັນກັນ ສະແດງ ຂັບແຈ່ວ ມ່ວນ ຫຼາຍ”.

ທ່ານນາງ ເບິກ ໃຫ້ຮູ້ວ່າ ໝູ່ບ້ານ ຄວັກ ແມ່ນໜຶ່ງໃນ 7 ບໍ່ເກີດ ຂອງ ສິລະປະ ຂັບແຈ່ວ ທີ່ມີຊື່ສຽງ ຢູ່ພາກເໜືອ ຕັ້ງແຕ່ສະຕະວັດທີ XIX, ບັນດານັກສິລະປິນ ໄດ້ນຳກອງສິລະປະແຈ່ວ ຂອງ ໝູ່ບ້ານ ໄປຍັງ ຫຼາຍເຂດ ພາກໃນທົ່ວປະເທດ ເພື່ອທຳການສະແດງ ໃນງານບຸນ ຕ່າງໆ. ປັດຈຸ​ບັນ, ​ສະ​ໂມ​ສອນ ແຈ່ວ ​ໝູ່ບ້ານ ຄວັກ ມີ​ສະມາຊິກ 64 ຄົນ, ​​ທຸກ​ມື້ຈະທຳການຝຶກຊ້ອມ ເພື່ອຮັກສາ ອາຊີບ ຂັບ ແຈ່ວ ຂອງ ປູ່ຍ່າຕາຍາຍ ປະໄວ້ໃຫ້. 


ໃນ​ທ້າຍ​ອາທິດ, ທ່ານ​ນາງ ກາວ​ທິ​ເບິກ, ຮອງ​ປະທານ​ສະ​ໂມ​ສອນ​ ແຈ່ວ ໝູ່ບ້ານ ຄວັກ ມັກ​ຈະສອນ​ຂັບ ແຈ່ວ​ໃຫ້​ເດັກໆ ຜູ້ທີ່ມັກ​ຮັກທຳ ນອງ ແຈ່ວ​ ເພື່ອສ້າງນັກສະແດງ ແຈ່ວ ລຸ້ນສືບທອດ. ພາບ: ແຄ໋ງລອງ/VNP

ມື້​ທີ່​ພວກ​ຂ້າພະເຈົ້າມາ, ບັນດານັກຂັບແຈ່ວ​ສະ​ໝັກຫຼິ້ນ ​ຂອງ​ໝູ່​ບ້ານ​ ຄວັກ ກໍາລັງທໍາການຝຶກຊ້ອມ ຢູ່ພື້ນທີ່ເຮືອນບູຊາ ບັນພະບຸ ລຸດ ອາຊີບ ແຈ່ວ ຂອງ ໝູ່ບ້ານ. ສະຖານ​ທີ່​ຝຶກ​ຊ້ອມ​ແມ່ນ​ຄື​ກັນ ກັບ​ສິ່ງ​ທີ່​ຜູ້​ຄົນ​ມັກ​ເວົ້າ ​ກ່ຽວ​ກັບ​ໝູ່​ບ້ານ ຄວັກ ​ແມ່ນບ່ອນ​​ຮັກສາ​ ຮູບ​ແບບ​ການ​ສະ​ແດງຂັບແຈ່ວ ຢູ່ເດີ່ນສາລາ. ບັນດານັກສະແດງຢູ່​ທີ່​ນີ້​ແຕ່ງກາຍ​ເປັນ​ຕົວລະຄອນ ທິເມົ່າ, ທິກິ໋ງ ດ້ວຍຕົນເອງ, ນຸ່ງເສື້ອ ສີ່ ປ່ຽງ, ປູສາດຢູ່ເດີ່ນ ແລ້ວ ພ້ອມກັບ ບັນດານັກດົນຕີ ສະແດງຂັບ ແຈ່ວ. ​ຟັງ ແລະ ເບິ່ງວິທີການສະແດງ ຂອງ ບັນດາສະມາຊິກ ຂອງ ສະໂມສອນ, ພວກຂ້າພະເຈົ້າສາມາດເຫັນໄດ້ວ່າ ແຈ່ວ ແມ່ນ ຮູບ ແບບ ສິລະປະສັງລວມ ຂອງສິລະປະການສະແດງ, ຂັບ, ຟ້ອນ.

ທ່ານ ບຸ່ຍວັນຣໍ, ປະທານສະໂມສອນ ແຈ່ວ ພື້ນເມືອງຂອງໝູ່ ບ້ານ ຄວັກ ໃຫ້ຮູ້ວ່າ: “ແຈ່ວໝູ່ບ້ານ ຄວັກ ມີ 12 ທໍານອງ ທີ່​ເປັນ​ເອກະ ລັກ​ສະ​ເພາະ​ ຊຶ່ງບໍ່​ສາມາດ​ຊອກ​ຫາ​ຢູ່​ບ່ອນ​ອື່ນເຊັ່ນ: ວ໋ານເກີ່ຕຽນ, ເດື່ອງເຈື່ອງທູຄົງ, ຕິ່ງທືຮ່າວິ້, ເຮ່ເດີມດໍ໋... ຖ້າໃຜຂັບ 12 ທໍານອງ ນີ້ ໄດ້ ແມ່ນສາມາດ ຂັບ ແຈ່ວ ທຸກທຳນອງຢູ່ບ່ອນອື່ນໄດ້. ບັນດາ ທຳ ນອງ ລີລາ ຂັບແຈ່ວ ຢູ່ໝູ່ບ້ານ ຄວັກ ບໍ່​ພົບ​ເຫັນ​ຢູ່​ບ່ອນ​ໃດ ຍ້ອນ ແຈ່ວ ໝູ່ບ້ານ ຄວັກ ​ມີເນື້ອ​ຂັບ ​ແລະ ທໍານອງ ທີ່​ເປັນ​ເອກະລັກ​ສະ​ເພາະ. ມີ​ເນື້ອ​ຂັບ ​ເຖິງວ່າ​ຄື​ກັນ, ​ແຕ່​ຈັງຫວະ, ການຕີກອງມະໂຫ ລະທຶກ ຂອງ ສິລະປິນ ແຈ່ວ ໝູ່ບ້ານ ຄວັກ ແມ່ນມີຄວາມແຕກ ຕ່າງຢ່າງເຫັນໄດ້ຊັດ, ການ​ຮຽນ​ຂັບ​ ຖືວ່າ​ຍາກ, ​ແຕ່​ການ​ຕີ​ກອງມະ ໂຫລະທຶກ ແມ່ນຍາກຍິ່ງ​​ກວ່າ”.


ທ່ານ ແກັວກ​ແທ່ງເລິບ, ສະມາຊິກ​ສະ​ໂມ​ສອນ ແຈ່ວ ໝູ່ບ້ານ ຄວັກ ຍັງ ເປັນຜູ້ປະດິດສ້າງ ເຄື່ອງດົນຕີ ເພື່ອນໍາໃຊ້ສະແດງ ແຈ່ວ. ພາບ: ແຄ໋ງລອງ/VNP

ລາຍການ ແຈ່ວ ໜຶ່ງໃຊ້ເວລາການສະແດງ ປະມານ 2 ຊົ່ວໂມງ. ເນື້ອ​ໃນ​ຂອງ​ບົດ​ລະ​ຄອນ ແຈ່ວ ມັກ​ພັນ​ລະ​ນາ ​ເຖິງ​ຊີ​ວິດ​ທີ່​ລຽບ​ງ່າຍ​ ຂອງ​ຊາວ​ກະ​ສິ​ກອນ, ສັນລະເສີນຄຸນນະພາບອັນສູງສົ່ງ ຂອງ ມະ ນຸດ, ຕຳນິວິຈານ ນິໄສສັນດານທີ່ບໍ່ດີ, ຕໍ່ສູ້ກັບຄວາມບໍ່ຍຸຕິທຳ, ສະ ແດງຄວາມຮັກແພງ ແລະ ຄວາມໂອບອ້ອມອາລີ, ການໃຫ້ອະ ໄພ. ນອກ​ຈາກ​ການ​ສະ​ແດງ​ບົດ​ລະ​ຄອນ ແຈ່ວ ພື້ນເມືອງ​ແລ້ວ ຍັງ​ມີ​ບົດ​ລະ​ຄອນ ແຈ່ວ ນຳມາເຊິ່ງລົມຫາຍໃຈ ຂອງຊີວິດ, ຍຸກສະ ໄໝ, ​ມີ​ເນື້ອໃນ ສ່ອງແສງ ສະພາບແວດລ້ອມຂອງປະເທດ ກໍຄື​ການ​ພົວ​ພັນ​ທາງ​ສັງ​ຄົມ.

ມາ​ຮອດ​ປັດຈຸ​ບັນ, ໝູ່​ບ້ານ​ ຄວັກ ຍັງ​ຄົງ​ຮັກສາ​ບັນດາ​ຕົ້ນສະບັບ ການຂັບແຈ່ວ ເພື່ອການສະແດງເຊັ່ນ:  “ຕື່ທຶກ ​ພົບ ເທວະດາ”, “ເຈືອງວຽນ”, “ລືວບິ່ງ-ເຢືອງເລ້”, “ກວານເອິມທິກິ໋ງ”, “ຊຸ໋ຍເວິນ”, “ຕົ໋ງເຈິນກຸກຮວາ”, ຍັງມີຄົບຊຸດ ບັນດາຕົວລະຄອນ ເຊັ່ນ: ຊິງ, ດ່າວ, ເຮ່, ລ໊າວ, ມູ້. ໃນລະຄອນ ແຈ່ວ ສາກໜຶ່ງ, ນັກສະແດງ ຈະ ສວມ​ບົດບາດ ທີ່ສະແດງເນື້ອໃນ ຂອງສານ ທີ່ຢາກສົ່ງເຖິງຜູ້ຊົມ. ໃນເວລາ ທຳການສະແດງ ແຈ່ວ ຮຽກຮ້ອງ ນັກສະແດງ ຕ້ອງສະ ແດງ ຄວາມສາມາດ ໃນການຂັບລຳ, ສະແດງໃນຈັງຫວະສຽງ ດົນຕີ ໂດຍນັກດົນຕີ ປະສານສຽງ ດ້ວຍເຄື່ອງດົນຕີ ຕ່າງໆ ເຊັ່ນ: ກອງ, ກະລໍ, ຂຸ່ຍ, ຊໍອີ້, ຂິມ, ແສ່ງ... ຊຶ່ງສ້າງຜົນກະທົບ ແຜ່ຂະ ຫຍາຍ ຂອງ ເນື້ອຂັບ. 

ຫຼານ ຟ້າມທິຮັ່ງ (ອາຍຸ 14 ປີ) ແມ່ນໜຶ່ງໃນບັນດານັກສະແດງ ແຈ່ວ ເດັກ ທີ່ໄດ້ຮັບລາງວັນ ໃນການແຂ່ງຂັນສະແດງ ແຈ່ວ ຂອງ ແຂວງ ຖ໋າຍບິ່ງ. ພາບ: ແຄ໋ງລອງ/VNP

ປັດຈຸ​ບັນ, ​ໝູ່​ບ້ານ ຄວັກ ປະກອບມີ: ຄວັກບັກ, ຄວັກ ໄຕ, ຄວັກ ດົງ, ຄວັກ ນາມ ລ້ວນ​ແຕ່​ມີ​​ສະ​ໂມ​ສອນ​ຂັບ ແຈ່ວ ທີ່​ເຕົ້າ​ໂຮມ​ຫຼາຍ​ລຸ້ນຄົນ​ເຂົ້າ​ຮ່ວມ​. ​ໃນທ້າຍອາທິດ ຫຼື ໃນລະດູຮ້ອນ ມີເວລາວ່າງ, ບັນດາ ນັກສິລະປິນ ທີ່ມີຊື່ສຽງຂອງໝູ່ບ້ານ ຄວັກຢູ່ ແຂວງ ຖ໋າຍບິ່ງ ຍັງຖ່າຍທອດ ທັກສະພື້ນຖານ ຂອງ ສິລະປະຂັບ ແຈ່ວ ພື້ນເມືອງ ໃຫ້ພວກຫຼານນ້ອຍ ອາຍຸຕັ້ງແຕ່ 6 -15 ປີ. ຫຼານ ຟ້າມທິຮັ່ງ (ອາຍຸ 14 ປີ) ເລົ່າສູ່ຟັງວ່າ: “ຕັ້ງແຕ່ອາຍຸ 5 ປີ ຫຼານໄດ້ຍິນ ພໍ່ຕູ້ ແລະ ພໍ່ ຂັບແຈ່ວ, ສະນັ້ນຫຼານຮັກ ແຈ່ວ ເພາະທຳນອງ ສຽງຂັບ ແຈ່ວ ໄດ້ ສ້າງແຮງບັນດານໃຈ. ດຽວນີ້ ຫຼານກຳລັງຮຽນຂັບ ແຈ່ວ ບູຮານ ຫຼາຍທຳນອງ, ຫຼານຫວັງວ່າ ລຸ້ນພວກຫຼານ ຈະສາມາດ ນໍາ ແຈ່ວ ໝູ່ບ້ານ ຄວັກ ອອກສູ່ໂລກ ພາຍນອກ”.  

ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ


top