ຂ່າວສານ

ເວທີປາໄສແມ່ຍິງ ແລະ ເສດຖະກິດ APEC ປີ 2020

      ຕອນເຊົ້າວັນທີ 30 ກັນຍາ, ເວທີປາໄສແມ່ຍິງ ແລະ ເສດຖະກິດ APEC ປີ 2020 ຖືກດຳເນີນຕາມຮູບແບບທາງອອນລາຍ ດ້ວຍການເຂົ້າຮ່ວມຂອງຄະນະຜູ້ແທນມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC.

(ພາບປະກອບ: dantri.com.vn)
      ນີ້ແມ່ນການເຄື່ອນໄຫວທີ່ນອນໃນຂອບເຂດການຮ່ວມມືຂອງ APEC ກ່ຽວກັບແມ່ຍິງ ແລະ ເສດຖະກິດ, ໂດຍປະເທດ ມາເລເຊຍ - ປະເທດປະທານ APEC 2020 ເປັນເຈົ້າພາບຈັດຕັ້ງ. ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສດັ່ງກ່າວ ຢູ່ສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ.
            ດ້ວຍຫົວຂໍ້ “ຊຸກຍູ້ລະບົບຊີວະພາບໜູນຊ່ວຍຍົກສູງສິດ ແລະ ກຳລັງຄວາມສາມາດໃນດ້ານເສດຖະກິດຂອງແມ່ຍິງ”, ເວທີປາໄສດັ່ງກ່າວ ແມ່ນໂອກາດເພື່ອໃຫ້ບັນດາພື້ນຖານເສດຖະກິດແບ່ງປັນກ່ຽວກັບບັນດາຄວາມມານະພະຍາຍາມ, ພ້ອມທັງສະເໜີບັນດາຂໍ້ລິເລີ່ມ ເພື່ອແນໃສ່ຟື້ນຟູເສດຖະກິດ ທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19, ໃນນັ້ນຕ້ອງເອົາໃຈໃສ່ເຖິງແມ່ຍິງ ເຊິ່ງເປັນເປົ້າໝາຍທີ່ຖືກຜົນສະທ້ອນຫຼາຍທີ່ສຸດ. ຄາດວ່າ, ບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ຈະຮັບຮອງເອົາຖະແຫຼງການຂອງ ເວທີປາໄສ ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດບັນດາການນຳ APEC.
(ແຫຼ່ງຄັດຈາກ VOV)


top