ຂ່າວສານ

ເວທີປາໄສເສດຖະກິດນະຄອນໂຮ່ຈິມິນ 2022

ເວທີປາໄສເສດຖະກິດນະຄອນໂຮ່ຈິມິນ ຄັ້ງທີ 3 ປີ 2022 ດ້ວຍຫົວຂໍ້ “ເສດຖະກິດດິຈີຕອນ: ກຳລັງໜູນການເຕີບໂຕ ແລະ ພັດທະນານະຄອນໂຮ່ຈິມິນ ໃນອະນາຄົດ”.
  ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ (ພາບ: baotintuc.vn)  

 ຕອນເຊົ້າວັນທີ 28 ມີນາ ຢູ່ນະຄອນ ໂຮ່ຈິມິນ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ແນະນຳເວທີປາໄສເສດຖະກິດນະຄອນ ໂຮ່ຈິມິນ 2022, ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ ເຫດການດັ່ງກ່າວຈະໄດ້ດຳເນີນໄປໃນວັນທີ 15 ເມສາ ດ້ວຍຮູບແບບໂດຍກົງ ສົມທົບກັບທາງໄກ.

ເວທີປາໄສເສດຖະກິດນະຄອນໂຮ່ຈິມິນ ຄັ້ງທີ 3 ປີ 2022 ດ້ວຍຫົວຂໍ້ “ເສດຖະກິດດິຈີຕອນ: ກຳລັງໜູນການເຕີບໂຕ ແລະ ພັດທະນານະຄອນໂຮ່ຈິມິນ ໃນອະນາຄົດ”. ຄາດວ່າ, ຈະມີຜູ້ແທນຮ່ວມປະມານ 900 ທ່ານເຂົ້າຮ່ວມເວທີປາໄສ, ລວມທັງການນຳລັດຖະບານ, ການນຳບັນດາກະຊວງ, ຂະແໜງການຂອງຫວຽດນາມ; ຜູ້ຕາງຫນ້າຂອງອົງການການທູດ, ອົງການຈັດຕັ້ງສາກົນ; ບັນດານັກຊ່ຽວຊານເສດຖະກິດ ແລະ ເສດດິຈີຕອນຂອງ ຫວຽດນາມ ແລະ ສາກົນ



top