ຂ່າວສານ

ເວທີປາໄສເສດຖະກິດ 2022 ແມ່ນເວທີປາໄສຂອງການກະທຳແລະການເລີ່ມຕົ້ນໃຫ້ແກ່ການບຸກທະລຸ

ນະຄອນ ໂຮ່ຈີມິນ ໄດ້ຜັນຂະຫຍາຍລາຍການຫັນເປັນດີຈີຕອນຢ່າງແຮງ, ສ້າງພື້ນຖານເສດຖະກິດດີຈີຕອນ, ສ້າງໂຄງປະກອບພື້ນຖານເສດຖະກິດ ບົນພື້ນຖານການພັດທະນາໃນຍຸກສະໄໝການປະຕິວັດອຸດສາຫະກຳ 4.0.
  (ແຫຼ່ງຄັດຈາກ VOV)  

 ຕອນເຊົ້າວັນທີ 15 ເມສາ, ເວທີປາໄສເສດຖະກິດ 2022 (HEF) ດ້ວຍຫົວຂໍ້ “ເສດຖະກິດດີຈີຕອນ: ກຳລັງໜູນການເຕີບໂຕ ແລະ ພັດທະນານະຄອນ ໂຮ່ຈີມິນ ໃນອະນາຄົດ” ໄດ້ໄຂຂຶ້ນຢູ່ນະຄອນ ໂຮ່ຈີມີນ.

ທີ່ເວທີປາໄສ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ນະຄອນ ໂຮ່ຈີມິນ ໄດ້ຜັນຂະຫຍາຍລາຍການຫັນເປັນດີຈີຕອນຢ່າງແຮງ, ສ້າງພື້ນຖານເສດຖະກິດດີຈີຕອນ, ສ້າງໂຄງປະກອບພື້ນຖານເສດຖະກິດ ບົນພື້ນຖານການພັດທະນາໃນຍຸກສະໄໝການປະຕິວັດອຸດສາຫະກຳ 4.0. ນີ້ກໍ່ແມ່ນການກຳນົດທິດພັດທະນາໃໝ່ຂອງນະຄອນ, ເພື່ອແນໃສ່ພັດທະນາຢ່າງໄວ, ຍືນຍົງ, ຮັບມືໃນເງື່ອນໄຂສະພາບການຍັງມີການຜັນແປຫຼາຍຢ່າງ.

ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ສະເໜີວ່າ, ນະຄອນ ໂຮ່ຈີມິນ ຄວນສືບຕໍ່ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຶງດູດ ແລະ ຂຸດຄົ້ນທຸກແຫຼ່ງກຳລັງໃຫ້ເປັນຢ່າງດີ ເພື່ອພັດທະນາການຜະລິດ, ດຳເນີນທຸລະກິດ, ການບໍລິການ; ເພີ່ມທະວີການຮ່ວມມື, ແລກປ່ຽນ ແລະ ຮ່ຳຮຽນຈາກບັນດາປະເທດ, ຄູ່ຮ່ວມມື, ເພື່ອນມິດສາກົນກ່ຽວກັບເສດຖະກິດດີຈີຕອນ; ປະຕິບັດການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນດ້ວຍ “ແນວຄິດບຸກທະລຸ, ວິໄສທັດຍຸດທະສາດ, ວິທີເຮັດຕົວຈິງ, ລະອຽດ”.



top