ຂ່າວສານ

ເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ ຢູ່ ມາເລເຊຍ

ເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ ແລະ ພິທີປະກາດເຄື່ອງໝາຍການຄ້າດີ ອາຊຽນ, ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ແລະ ອາຊຽນ ພົບປະແລກປ່ຽນ, ຮ່ວມມືເຊື່ອມຕໍ່ການລົງທຶນ
ພິທີປະກາດເຄື່ອງໝາຍການຄ້າດີ ອາຊຽນ ຄັ້ງທີ 7 (ພາບ: TTXVN)

ຕອນຄ່ຳວັນທີ 22 ເມສາ, ຢູ່ Kuala Lumpur, ສູນຄົ້ນຄວ້າພັດທະນາວິສາຫະກິດ ອາຊີ ສົມທົບກັບສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ມາເລເຊຍ (VNBIZ) ຈັດເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ ແລະ ພິທີປະກາດເຄື່ອງໝາຍການຄ້າດີ ອາຊຽນ ຄັ້ງທີ 7, ການນຳດີເດັ່ນ ອາຊຽນ 2023 ແລະ ຜະລິດຕະພັນ - ການບໍລິການມີຄຸນນະພາບ ອາຊຽນ 2023.

ໃນນັ້ນ, ເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ ແລະ ພິທີປະກາດເຄື່ອງໝາຍການຄ້າດີ ອາຊຽນ, ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ແລະ ອາຊຽນ ພົບປະແລກປ່ຽນ, ຮ່ວມມືເຊື່ອມຕໍ່ການລົງທຶນ, ສ້າງທ່ວງທ່າຊຸກຍູ້ບັນດາວິສາຫະກິດສືບຕໍ່ພັດທະນາ, ຍົກສູງມູນຄ່າເຄື່ອງໝາຍການຄ້າ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Andrew Goh Boon Kim, ຮອງປະທານ, ສະຫະພັນບັນດານັກຜະລິດ ມາເລເຊຍ, ຫ້ອງການການຄ້າ ແລະ ອຸດສາຫະກຳແຫ່ງຊາດ ມາເລເຊຍ (NCCIM) ປາດຖະໜາວ່າ, ບັນດາບໍລິສັດຂອງ ຫວຽດນາມ ແລະ ມາເລເຊຍ ໃຊ້ທ່າແຮງຍຸດທະສາດ ເພື່ອເປີດກວ້າງຂອບເຂດ ແລະ ປັບປຸງທີ່ຕັ້ງຢູ່ພາກພື້ນ ອາຊຽນ, ພ້ອມທັງໃຫ້ຄຳໝັ້ນສັນຍາ ຍູ້ແຮງການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດໃຫ້ຫຼາຍກວ່າເກົ່າ


top