ຂ່າວສານ

ເວທີປາໄສຮ່ວມມືພັດທະນາການຜະລິດ ແລະ ຈຳໜ່າຍຊາ, ກາເຟ ຫວຽດນາມ - ຈີນ

      ວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດຕັ້ງ ເວທີປາໄສ ຮ່ວມມື ພັດທະນາການຜະລິດ ແລະ ຈຳໜ່າຍຊາ, ກາເຟ ຫວຽດນາມ - ຈີນ”.

ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: qdnd.vn) 
      ດ້ວຍເປົ້າໝາຍເຊື່ອມຕໍ່ການພົວພັນການຄ້າ, ຮ່ວມມືໃນການຜະລິດ ແລະ ຈຳໜ່າຍຊາ, ກາເຟລະຫວ່າງ ຫວຽດນາມ ແລະ ຈີນ, ເວທີໄປໄສແມ່ນໂອກາດເພື່ອໃຫ້ບັນດາກະຊວງ, ຂະແໜງການທ້ອງຖິ່ນ, ວິສາຫະກິດລະຫວ່າງ ສອງປະເທດແລກປ່ຽນການຮ່ວມມືພັດທະນາການຜະລິດ, ປຸງແຕ່ງ ແລະ ການຄ້າຂາຍຊາ ແລະ ກາເຟ ຜ່ານນັ້ນກຳນົດທິດການຜະລິດ, ປຸງແຕ່ງເພື່ອແນໃສ່ພັດທະນາດ້ານການຄ້າຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມນິຍົມບໍລິໂພກຂອງຕະຫຼາດ. ພ້ອມກັນນັ້ນຊ່ວຍເຫຼືອບັນດາວິສາຫະກິດເພີ່ມທະວີການເຊື່ອມຕໍ່ໃນການຜະລິດ, ສະໜອງວັດຖຸດິບຮັບໃຊ້ໃຫ້ແກ່ການປຸງແຕ່ງ ແລະ ເຊື່ອມຕໍ່ໃນການພັດທະນາຕະຫຼາດຈຳໜ່າຍ, ຮັບປະກັນຜົນປະໂຫຍດລວມຂອງປະຊາຊົນທັງສອງປະເທດ.
        ຫວຽດນາມແມ່ນປະເທດຢືນຢູ່ອັນດັບທີ 7 ກ່ຽວກັບການຜະລິດ ຊາ ໃນທົ່ວໂລກ, ສິນຄ້າປະເພດຊາຂອງ ຫວຽດນາມ ມີ ຢູ່ 61 ປະເທດ ແລະ ເຂດແຄ້ວນ, ຢືນອັນດັບທີ 5 ໃນໂລກກ່ຽວກັບການສົ່ງອອກຊາ ແລະ ຢືນອັນດັບທີ 2 ໃນໂລກ, ຖັດຈາກ ຈີນກ່ຽວກັບປະລິມານ ແລະ ການສົ່ງອອກ ຊາຂຽວ. ໃນປີ 2018 ປະລິມານຊາ ສົ່ງອອກຂອງທົ່ວປະເທດບັນລຸໄດ້ 128 ພັນ ໂຕນ, ລວມມູນຄ່າ ປະມານ 219 ລ້ານ USD.
 (ແຫຼ່ງຄັດຈາກ VOV)


top