ຂ່າວສານ

ເວທີປາໄສອາຊຽນ - ຍີ່ປຸ່ນ ຄັ້ງທີ 37: ຊຸກຍູ້ການແລກປ່ຽນດ້ານການຄ້າ, ການລົງທຶນ, ສ້າງລະບົບການຜະລິດ ແລະ ການສະໜອງຢູ່ພາກພື້ນໃຫ້ເປັນປົກກະຕິ

ທ່ານເອກອັກຄະລັດຖະທູດ ຫວູໂຮ່ ສະເໜີວ່າ, ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ, ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງຜ່ານຂອບເຂດການຮ່ວມມື ແມ່ຂອງ - ຍີ່ປຸ່ນ.
  ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຫວຽດນາມ (ພາບ: TTXVN)  

 ເວທີປາໄສ ອາຊຽນ - ຍີ່ປຸ່ນ ຂັ້ນເຈົ້າໜ້າທີ່ອາວຸໂສ (SOM) ປະຈຳປີຄັ້ງທີ 37 ໄດ້ຈັດຂຶ້ນແບບທາງໄກໃນວັນທີ 20 ມິຖຸນາ 2022. ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ຫວຽດນາມ ພ້ອມກັບຫົວໜ້າ SOM ບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ເຂົ້າຮ່ວມເວທີປາໄສ.

ທີ່ເຫດການ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຢັ້ງຢືນວ່າ ການຮ່ວມມືເສດຖະກິດ - ການຄ້າ - ການລົງທຶນຍາມໃດກໍ່ແມ່ນເສົາຄ້ຳຕົ້ນຕໍໃນການພົວພັນຄູ່ຮ່ວມມື ອາຊຽນ - ຍີ່ປຸ່ນ ແລະ ຖືວ່າໃນໄລຍະຈະມາເຖິງ, ອາຊຽນ ແລະ ຍີ່ປຸ່ນ ຕ້ອງຕັ້ງໜ້າໜູນຊ່ວຍກັນຜັນຂະຫຍາຍປະສິດທິຜົນບັນດາໂຄງການຮ່ວມມື, ຂໍ້ລິເລີ່ມຟື້ນຟູ; ພ້ອມທັງສືບຕໍ່ສົມທົບນະໂຍບາຍເພື່ອແນໃສ່ຍູ້ແຮງການແລກປ່ຽນການຄ້າ, ການລົງທຶນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການສະໜອງ, ຊຸກຍູ້ການຄ້າຫຼາຍຝ່າຍ ແລະ ຮ່ວມສຳພັນເສດຖະກິດພາກພື້ນຜ່ານການຜັນຂະຫຍາຍປະສິດທິຜົນຂອງຂໍ້ຕົກລົງດ້ານເສດຖະກິດ -  ການຄ້າຫຼາຍຝ່າຍເຊິ່ງສອງຝ່າຍແມ່ນສະມາຊິກ. ທ່ານເອກອັກຄະລັດຖະທູດ ຫວູໂຮ່ ສະເໜີວ່າ, ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ, ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງຜ່ານຂອບເຂດການຮ່ວມມື ແມ່ຂອງ - ຍີ່ປຸ່ນ. ທ່ານເອກອັກຄະລັດຖະທູດ ຫວູໂຮ່ ເນັ້ນໜັກຄວາມສຳຄັນຂອງການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນ ມີທະເລຄືທະເລຕາເວັນອອກ ແລະ ທະເລຮວາຕູ່ງ, ຢັ້ງຢືນຄືນໃໝ່ຫຼັກໝັ້ນ, ຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ແລະ ຄວາມຕັດສິນໃຈຂອງ ອາຊຽນ ແລະ ຈີນ ໃນການປະຕິບັດຖະແຫຼງການ DOC ຢ່າງຄົບຖ້ວນ ແລະ ສ້າງກົດແຫ່ງການປະພຶດ COC ຢ່າງແທດຈິງ, ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ໃນນັ້ນມີສົນທິສັນຍາ UNCLOS ປີ 1982, ມານະພະຍາຍາມສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ຮ່ວມມື ແລະ ພັດທະນາ.


top