ຂ່າວສານ

ເວທີປາໄສຊາວໜຸ່ມເລີ່ມຕົ້ນທຸລະກິດແຫ່ງຊາດ 2022

ຕອນບ່າຍວັນທີ 1 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ຈັດຕັ້ງເວທີປາໄສ ຊາວໜຸ່ມເລີ່ມຕົ້ນທຸລະກິດແຫ່ງຊາດ 2022 ດ້ວຍຫົວຂໍ້ວ່າ “ຊາວໜຸ່ມເລີ່ມຕົ້ນທຸລະກິດພ້ອມກັບປະເທດຊາດຟື້ນຟູ ແລະ ພັດທະນາພາຍຫຼັງໂລກລະບາດ "
  ເວທີປາໄສ ຊາວໜຸ່ມເລີ່ມຕົ້ນທຸລະກິດແຫ່ງຊາດ 2022  

ເຂົ້າຮ່ວມເວທີປາໄສ ຊາວໜຸ່ມເລີ່ມຕົ້ນທຸລະກິດແຫ່ງຊາດ ປີນີ້,ມີຜູ້ແທນເຂົ້າຮ່ວມທັງໝົດ 550 ຄົນ, ໃນນັ້ນມີນັກລົງທຶນ, ໄວໜຸ່ມ ແລະ ຜູ້ປະກອບການໄວໜຸ່ມ ທີ່ມີບັນດາໂຄງການເລີ່ມຕົ້ນທຸລະກິດທີ່ມີຫົວຄິດປະດິດສ້າງ. ດ້ວຍຫົວຂໍ້ “ຊາວໜຸ່ມເລີ່ມຕົ້ນທຸລະກິດພ້ອມກັບ ປະເທດຊາດຟື້ນຟູ ແລະ ພັດທະນາພາຍຫຼັງໂລກລະບາດ” ແລະ ບັນດາເນື້ອໃນລະອຽດ, ເວທີປາໄສຊາວໜຸ່ມເລີ່ມຕົ້ນທຸລະກິດແຫ່ງຊາດ 2022 ປາດຖະໜາຢາກມຸ່ງໄປເຖິງບັນດາເປົ້າໝາຍຊຸກຍູ້ການເລີ່ມຕົ້ນທຸລະກິດ ແລະ ພັດທະນາປະເທດ, ສ້າງສະພາບແວດລ້ອມເພື່ອຊຸກຍູ້ຊາວໜຸ່ມ ຫວຽດນາມເຂົ້າຮ່ວມໃນຂະບວນການຟື້ນຟູເສດຖະກິດໃນໄລຍະຫຼັງໂລກລະບາດ ໂຄວິດ -19.

ໃນຂອບເຂດເວທີປາໄສ, ຕອນເຊົ້າວັນທີ 1 ຕຸລາ, ໄດ້ດຳເນີນ 2 ເວທີປາໄສດ້ວຍເນື້ອໃນ “ກົນໄກ ແລະ ນະໂຍບາຍສພິເສດະເພາະ ເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ການປ່ຽນແປງໃໝ່ ປະດິດສ້າງ ແລະເລີ່ມຕົ້ນທຸລະກິດຫວຽດນາມ” ແລະ “ພັດທະນາລະບົບນິເວດເລີ່ມຕົ້ນທຸລະກິດທີ່ມີຫົວຄິດປະດິດສ້າງ, ປັບຕົວເຂົ້າກັບສະພາບການໃໝ່”.


top