ຂ່າວສານ

ເວທີປາໄສຂັ້ນສູງລະບົບສະຖິຕິປະຊາຄົມອາຊຽນ

      ຕອນເຊົ້າວັນທີ 10 ທັນວາ ຢູ່ຮ່າໂນ້ຍ, ຫວຽດນາມໄດ້ຈັດຕັ້ງ ເວທີປາໄສຂັ້ນສູງລະບົບສະຖິຕິປະຊາຄົມອາຊຽນ ແລະ ລະບົບສະຖິຕິແຫ່ງຊາດ ຫວຽດນາມ.

ເວທີປາໄສຂັ້ນສູງລະບົບສະຖິຕິປະຊາຄົມອາຊຽນ (ພາບ: TTXVN)
      ໃນສະພາບການອາຊຽນ ແລະ ໂລກ ໄດ້ຜ່ານຜ່າ ແລະ ພວມຜ່ານຜ່າ ບັນດາການຜັນແປຂອງໂລກລະບາດໂຄວິດ - 19, ຄວາມມານະພະຍາຍາມຂອງ ລະບົບສະຖິຕິ ຫວຽດນາມ ແລະ ລະບົບສະຖິຕິອາຊຽນ ໄດ້ສະແດງໃຫ້ເຫັນບົດບາດຕົວຈິງ. ທ່ານເຈິ່ນກ໊ວກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ຕາງໜ້າອົງການສະຖິຕິ ຫວຽດນາມ ເນັ້ນໜັກວ່າ:
        ຄວາມຜູກພັນ ແລະ ເປັນເຈົ້າການຮັບມືຂອງ ບັນດາອົງການສະຖິຕິໄດ້ຮັບໃຊ້ໃຫ້ລັດຖະບານຢ່າງທັນການໃນການຍົກອອກລັດຖະນະໂຍບາຍທີ່ຖືກຕ້ອງ ແລະ ບໍລິຫານພື້ນຖານເສດຖະກິດ ຄວບຄຸມ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດ, ໜູນຊ່ວຍປະຊາຊົນ ແລະ ວິສາຫະກິດ, ຍູ້ແຮງການຟື້ນຟູເສດຖະກິດໄດ້ມີປະສິດທິຜົນ. ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈສູງ ຕໍ່ຄວາມ ສາມາດຮັບມືກັບໂລກລະບາດໂຄວິດ - 19 ຂອງບັນດາລັດຖະບານໃນພາກພື້ນ.
        ທີ່ກອງປະຊຸມ, ບັນດາສະມາຊິກເຂົ້າຮ່ວມໄດ້ພ້ອມກັນຫວນຄືນບັນດາຜົນງານທັງລະບົບບັນລຸໄດ້ໃນໄລຍະ 10 ປີທີ່ຜ່ານມາຄື: ເພີ່ມທະວີການແບ່ງປັນຂໍ້ມູນ; ໄຈ້ແຍກ, ເຜີຍແຜ່ ຕົວເລກສະຖິຕິ, ສະຖິຕິການຄ້າສາກົນ ກ່ຽວກັບສິນຄ້າ ແລະ ການບໍລິການ.
(ແຫຼ່ງຄັດຈາກ VOV)


top