ຂ່າວສານ

ເວທີປາໄສຂັ້ນສູງປະຈຳປີກ່ຽວກັບກອບຄູ່ຮ່ວມມືສຸຂະພາບເພື່ອປ້ອງກັນ, ຕ້ານພະຍາດຕິດແປດຈາກສັດສູ່ຄົນ

ເວທີປາໄສຈະສຸມໃສ່ປຶກສາຫາລືບັນດາມາດຕະການແກ້ໄຂກ່ຽວກັບການຫຼຸດຜ່ອນຄວາມສ່ຽງກໍ່ໃຫ້ເກີດ ແລະ ແຜ່ລາມການຕິດແປດພະຍາດລະຫວ່າງ ມະນຸດ - ສັດ - ລະບົບຊີວະພາບ
  (ພາບປະກອບ: baotainguyenmoitruong.vn)  

ຕອນເຊົ້າວັນທີ 16 ສິງຫາ, ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ສົມທົບກັບໂຄງການພັດທະນາຂອງສະຫະປະຊາຊາດ, ຈັດເວທີປາໄສຂັ້ນສູງ 2022 ກ່ຽວກັບ “ກອບຄູ່ຮ່ວມມືສຸຂະພາບເພື່ອປ້ອງກັນ, ຕ້ານພະຍາດຕິດແປດຈາກສັດສູ່ຄົນ”. ເວທີປາໄສຈະສຸມໃສ່ປຶກສາຫາລືບັນດາມາດຕະການແກ້ໄຂກ່ຽວກັບການຫຼຸດຜ່ອນຄວາມສ່ຽງກໍ່ໃຫ້ເກີດ ແລະ ແຜ່ລາມການຕິດແປດພະຍາດລະຫວ່າງ ມະນຸດ - ສັດ - ລະບົບຊີວະພາບ, ເພີ່ມທະວີການຄຸ້ມຄອງຄວາມປອດໄພດ້ານທັນຍາຫານ, ຄວບຄຸມສິ່ງທ່ີກໍ່ໃຫ້ເກີດຈາກສິ່ງແວດລ້ອມ ທີ່ອາດສົ່ງຜົນສະທ້ອນເຖິງມະນຸດ, ສັດ ແລະ ພືດ.

ຕາມການຕີລາຄາຂອງບັນດານັກຊ່ຽວຊານສາກົນແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າ ນຳໃຊ້ວິທີສຳຜັດ “ສຸຂະພາບ” ແຕ່ປີ 2003. ນັບແຕ່ນັ້ນມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບການຕີລາຄາຈາກປະຊາຄົມສາກົນ ວ່າແມ່ນປະເທດດີເດັ່ນໃນການປະຕິບັດບັນດາຄຳໝັ້ນສັນຍາໃນໂຄງການຄວາມໝັ້ນຄົງດ້ານການແພດທົ່ວໂລກ ແລະ ຄຳໝັ້ນສັນຍາຂອງລັດຖະບານໃນວຽກງານປ້ອງກັນ, ຕ້ານພະຍາດຕິດແປດຈາກສັດສູ່ຄົນ.


top