ຂ່າວສານ

ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ແຂວງ ຮ່າ​ຢາງ

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍ້ອງຍໍສັນລະເສີນ, ຮັບຮູ້ການປະກອບສ່ວນຂອງປະຊາຊົນບັນດາເຜົ່າເມືອງ ກວານບະເຂົ້າໃນຜົນສຳເລັດລວມຂອງແຂວງ, ຂອງປະເທດຊາດ.
ເລຂາທິການໃຫຍ່ ໂຕເລິມ ມອບຂອງຂວັນໃຫ້ປະຊາຊົນບັນດາເຜົ່າແຂວງ ຮ່າຢາງ

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການໄປປະຕິບັດງານຢູ່ແຂວງ ຮ່າຢາງ, ຕອນຄ່ຳວັນທີ 5 ກຸມພາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ລົງຢ້ຽມຢາມລະດົມກຳລັງໃຈປະຊາຊົນບັນດາເຜົ່າ ຢູ່ເມືອງ ກວານບະ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍໃນບໍລິເວນ.

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍ້ອງຍໍສັນລະເສີນ, ຮັບຮູ້ການປະກອບສ່ວນຂອງປະຊາຊົນບັນດາເຜົ່າເມືອງ ກວານບະເຂົ້າໃນຜົນສຳເລັດລວມຂອງແຂວງ, ຂອງປະເທດຊາດ. ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ກຳນົດທິດຄະນະພັກ, ອຳນາດການປົກຄອງ, ປະຊາຊົນບັນດາເຜົ່າຢູ່ເມືອງ ກວານບະ, ສືບຕໍ່ເສີມຂະຫຍາຍຄວາມສາມັກຄີ ແລະ ບັນດາໝາກຜົນທີ່ບັນລຸໄດ້, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຈຳກັດ, ພ້ອມກັນຮ່ວມແຮງຮ່ວມໃຈອອກກຳລັງແຮງແຂ່ງຂັນ ຕັດສິນໃຈປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມຢ່າງມີໄຊ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ມອບໂຄງການກໍ່ສ້າງພະແນກກວດປິ່ນປົວພະຍາດ - ໂຮງໝໍຫຼາຍຂະແໜງເມືອງກວານບະໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າເມືອງກວານບະ.


top