ຂ່າວສານ

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​: ແຜ່​ກະ​ຈາຍ​ມະ​ຕິ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃນ​ທົ່ວ​ສັງ​ຄົມ

ຕອນ​ເຊົ້າ​ວັນ​ທີ 13 ເມ​ສາ, ຢູ່​ຮ່າ​ໂນ້ຍ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ໄດ້​ຈັດ​ກອງ​ປ​ະ​ຊຸມ​ທົ່ວ​ປະ​ເທດ​ຄົ້ນ​ຄ້​ວາ, ຮ່ຳ​ຮຽນ, ເຊື່ອມ​ຊືມ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູ​ນ​ກາງ​ພັກ​ຊຸດ​ທີ XIV.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: ສະ​ພາ​ແຫ່ງ​ຊາດ)  

ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ຕາມ​ຮູບ​ແບບ​ທາງ​ໄກ​ຈາກ​ຫໍ​ປະ​ຊຸມ​ຢຽນ​ຮົ່ງ, ຫໍ​ສະ​ພາ​ແຫ່ງ​ຊາດ ແລະ ເຊື່ອມ​ຕໍ່​ກັບ 36.323 ສະ​ຖ​ານ​ທີ່​ເຊື່ອມ​ຈອດ​ຢູ່​ຂັ້ນ​ສູນ​ກາງ, ບັນ​ດາ​ແຂວງ, ອົງ​ການ​ໃນ​ທົ່ວ​ປະ​ເທດດ້ວຍ​ການ​ເຂົ້​າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 2,2 ລ້ານ​ຄົນ​ເຂົ້າ​ຮ່ວມ​ຢູ່​ບັນ​ດາ​ສະ​ຖານ​ທີ່​ເຊື່ອມ​ຈອດ. ຕາມ​ໂຄງ​ການ, ຢູ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທ​ນ​ໄດ້​ຮັບ​ຟັງ​ບັນ​ດາ​ຫົວ​ຂໍ້ “ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ຕິ​ບັດກົດ​ລະ​ບຽບ​ພັກ”, “ມະ​ຕິ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ວຽກ​ງານກວດ​ກາ, ຕິດ​ຕາມກວດ​ກາ ແລະ ຂໍ້​ກຳ​ນົດ​ກ່ຽວ​ກັບ​ວຽກ​ງານກວດ​ກາ, ຕິດ​ຕາມກວດ​ກາ ແລະ ລະ​ບຽບ​ວິ​ໄນ​ຂອງ​ພັກ”, “ຂໍ້​ກຳ​ນົດ​ກ່ຽວ​ກັບ​ວຽກ​ງານ​ການ​ເມືອງ, ແນວ​ຄິດ​ໃນ​ພັກ”; “ມະ​ຕິ​ວ່າ​ດ້ວຍ​ການ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ຕໍ່​ວຽກ​ງານ​ປ້ອງ​ກັນ, ຕ້​ານ​ການ​ສໍ້​ລາດ​ບັງຫຼວງ, ໄພ​ຫຍໍ້​ທໍ້​ໃນ​ໄລ​ຍະ​ໃໝ່”; “ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສູນ​ກາງ​ສອງ​ກ່ຽວ​ກັບ​ການ​ພັດ​ທ​ະ​ນາ​ເສ​ດ​ຖະ​ກິດ​ສັງ​ຄົມ, ການ​ເງິນ, ການ​ລົງ​ທຶນ​ພາກ​ສາ​ທາ​ລະ​ນະ, ການ​ກູ້​ຢຶມ ແລະ ຊຳ​ລະ​ໜິ້​ສາ​ທາ​ລະ​ນະ​ໄລ​ຍະ 2026 – 2030.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ຢູ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຍົກ​ໃຫ້​ເຫັນ​ທັດ​ສະ​ນະ, ຄຳ​ຮຽກ​ຮ້ອງວາງ​ອອກ​ພາຍຫຼັງ​ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ກຳ​ແໜ້ນ, ເຊື່ອມ​ຊືມ, ຕ້ອງ​ຈັດ​ຕັ້ງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຢ່າງ​ຂ້ຽວ​ຂາດ, ຄົບ​ຊຸດ, ມີ​ປະ​ສິດ​ທິ​ຜົນ, ມີ​ຈຸດ​ສຸມ, ສ້າງ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ທົ່ວ​ລະ​ບົບ​ການ​ເມືອງ ແລະ ແຜ່​ກະ​ຈາຍ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃນ​ສັງ​ຄົມ. ທ່ານ​ໃຫ້​ຮູ້​ວ່າ:

ການ​ເຕີບ​ໂຕ​ຢ່າງ​ແທ້​ຈິງ​ຕ້ອງ​ໄດ້​ສ້າງ​ຂຶ້ນ​ຈາກ​ສອງ​ສົ້ນ, ຈ່ກ​ເທິງ​ລົງ​ຮອດ​ລຸ່ມ ແລະ ຈາກ​ລຸ່ມ​ຂຶ້ນ​ເທິງ, ໃນ​ແຕ່​ລະ​ຕ່ອງ​ໂສ້​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ແຕ່​ລະ​ຄອບ​ຄົວ, ແຕ່​ລະ​ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ, ແຕ່​ລະ​ຮາກ​ຖານການ​ຜະ​ລິດ, ແຕ່​ລະ​ວິ​ສາ​ຫະ​ກິດ. ເມື່ອ​ກຳ​ລັງ​ພາຍ​ໃນ​ປະ​ຊາ​ຊົນ​ໄດ້​ປຸກ​ລຸກ​ຢ່າງ​ລຸ​ລ່ວງ, ໄດ້​ຮັບ​ການເຊື່ອມ​ຕໍ່​ກັບ​ແຫຼ່ງ​ກຳ​ລັງ​ແຫ່ງ​ລັດ, ດ້ວຍ​ພື້ນ​ຖານ​ໂຄງ​ລ່າງ, ດ້ວຍ​ຕະຫຼາດ, ດ້ວຍ​ເຕັກ​ໂນ​ໂລ​ຢີ, ດ້ວ​ຍ​ການ​ບຳ​ລຸງ​ສ້າງ, ດ້ວຍ​ສິນ​ເຊື່ອ, ດ້ວຍ​ການ​ວາງ​ແຜນ​ຜັງ​ພັດ​ທະ​ນາ, ພື້ນ​ຖານ​ເສດ​ຖະ​ກິດ​ຈະ​ມີ​ພື້ນ​ຖານ​ກຳ​ລັງ​ພາຍ​ໃນ​ທີ່ ໝັ້ນ​ແກ່ນ​ໃຫ້​ແກ່​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ. ເພາະ​ສະ​ນັ້ນ, ຕ້ອງ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ພັດ​ທະ​ນາ​ເພື່ອ​ໃຫ້​ປະ​ຊາ​ຊົນ​ນັບ​ລ້ານ​ຄົນ​ເຫັນ​ໄດ້​ກາ​ລະ​ໂອ​ກາດ​ຢ່າງ​ແທ້​ຈິງ, ເພື່ອ​ໃຫ້​ແຕ່​ລະ​ຄອບ​ຄົວ, ແຕ່​ລະ​ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ ມີ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ລົງ​ທຶນ, ເປີດກວ້າງ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ອັນ​ຊອບ​ທຳ ແລະ ຕິດ​ພັນ​ຍາວ​ນານ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ. ແຕ່​ລະ​ກົນ​ໄກ, ນະ​ໂຍ​ບາຍ, ແຕ່​ລະ​ໂຄງ​ການ, ກະ​ແສ​ເງິນ​ລົງ​ທຶນ​ລ້ວນ​ແຕ່​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ເລີ່ມ​ຕົ້ນ​ກຳ​ລັງ​ຄວາມ​ສາ​ມາດ ແລະ ຄວາມ​ມຸ່ງ​ຫວັງ​ພັດ​ທະ​ນາ​ໃນ​ປະ​ຊາ​ຊົນ, ຫັນ​ກາ​ລະ​ໂອ​ກາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ກາຍ​ເປັນ​ການ​ເຕີບ​ໂຕ​ຢ່າງ​ແທ້​ຈິງ ແລະ ຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ຍາວ​ນານ​ໃຫ້​ແກ່​ປະ​ເທດ​ຊາດ.


top