ຂ່າວສານ

ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເລີ່ມ​ຕົ້​ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ

ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢູ່​ສະ​ໜາມ​ບິນ​ມີ​ທ່ານ Nityanand Rai ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ອິນ​ເດຍ, ທ່ານ Tshering Wangchuk Sherpa ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ
  ທ່ານ ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄປ​ຮອດ New Delhi,ເລີ່ມ​ຕົ້​ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ (ພາບ: TTXVN)  
ຕອນ​ບ່າຍ​ວັນ​ທີ 5 ພຶດ​ສະ​ພາ, ຕາ​ມເວ​ລາ​ທ້ອງ​ຖິ່ນ, ເຮືອ​ບິນ​ນຳ​ສົ່ງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ໄປ​ຮອດ​ສະ​ໜາມບິນ​ທະ​ຫານ Palam, New Delhi, ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi ອອກ. ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢູ່​ສະ​ໜາມ​ບິນ​ມີ​ທ່ານ Nityanand Rai ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ອິນ​ເດຍ, ທ່ານ Tshering Wangchuk Sherpa ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ, ທ່ານ ຫງວຽນ​ແທັງ​ຫ໋າຍ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ, ທ່ານ ເລກວາງ​ບຽ​ນ ຫົວ​ໜ້າ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Mumbai, ອິນ​ເດຍ ພ້ອມ​ກັບ​ພະ​ນັກ​ງານ, ​ພາ​ລະກອນ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອິນ​ເດຍ.

top