ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ຢ້ຽມ​ຢາມ​ຄະ​ນະ​ເລ​ຂາ​ອາ​ຊຽນ ຢ່າງ​ເປັນ​ທາງ​ການ

ໃນຂອບເຂດການຢ້ຽມຢາມທາງລັດຖະບານ , ຢ້ຽມຢາມຄະນະເລຂາອາຊຽນຢ່າງເປັນທາງການ, ຕອນເຊົ້າວັນທີ 10 ມີນາ, ຢູ່ນະຄອນຫຼວງ ຈາກາຕາ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມໄດ້ໄປຢ້ຽມຢາມຄະນະເລຂາອາຊຽນ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການຢ້ຽມຢາມ (ພາບ: VOV)

ທີ່ການເຮັດວຽກກັບທ່ານເລຂາທິການໃຫຍ່ ອາຊຽນ ແລະ ຄະນະຜູ້ຕາງໜ້າປະຈຳ ອາຊຽນ (CPR), ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປະກອບສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ການພັດທະນາຂອງ ອາຊຽນໃນໄລຍະ 30 ປີຜ່ານມາເພື່ອບັນດາເປົ້າໝາຍອັນສູງສົ່ງຂອງ ອາຊຽນ. ຈາກບັນດາບົດຮຽນປະສົບການຂອງຕົນ, ຫວຽດນາມ ຈະສືບຕໍ່ປະກອບສ່ວນເພື່ອການພັດທະນາລວມຂອງປະຊາຄົມ ອາຊຽນ.

ສ່ວນທ່ານ Kao Kim Hourn ເລຂາທິການໃຫຍ່ ອາຊຽນ ໄດ້ຕີລາຄາວ່າການຢ້ຽມຢາມຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແມ່ນຂີດໝາຍປະຫວັດສາດ, ສະແດງໃຫ້ເຫັນທີ່ຕັ້ງສຳຄັນຂອງອາຊຽນໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ, ພິເສດແມ່ນໃນສະພາບການປີນີ້ແມ່ນຄົບຮອບ 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (1995-2025) ແລະ ຄົບຮອບ 10 ປີແຫ່ງວັນສ້າງຕັ້ງປະຊາຄົມ ອາຊຽນ(2015-2025). ທ່ານເລຂາທິການໃຫຍ່ ອາຊຽນ ເນັ້ນໜັກວ່າ ຫວຽດນາມ ໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ແກ່ ອາຊຽນ, ໃຫ້ແກ່ປະຊາຄົມ ອາຊຽນ ແລະ ປາດຖະໜາຢາກໃຫ້ຫວຽດນາມ ສືບຕໍ່ສວມບົດບາດນຳພາ ໃນອາຊຽນ.


top