ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Hernandez ໄດ້ຂອບໃຈການສະໜັບສະໜູນ ແລະ ໜູນຊ່ວຍເຊິ່ງ ຫວຽດນາມ ສະຫງວນໃຫ້ ກຸຍບາ ໃນໄລຍະປະສົບກັບຄວາມຫຍຸ້ງຍາກປັດຈຸບັນ.
ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Hernandez (ພາບ: TTXVN)
ຕອນບ່າຍວັນທີ 1 ຕຸລາ, ທີ່ສຳນັກງານສູນກາງພັກ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Hernandez ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງ ຫວຽດນາມ ໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ກຍຸບາ ໃຫ້ຫຼາຍກ່ວາອີກ. ທ່ານເລຂາທິການໃຫຍ່ ສະເໜີສອງຝ່າຍສົມທົບກັນເພີ່ມທະວີການແລກປ່ຽນທິດສະດີ ແລະ ບົດຮຽນປະສົບການຕົວຈິງ, ພິເສດແມ່ນໃນສະພາບການ ຫວຽດນາມ ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ ຊຸດທີ XIV ແລະ ກຸຍບາ ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ ຊຸດທີ IX ໃນປີ 2026. ສ່ວນທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Hernandez ໄດ້ຂອບໃຈການສະໜັບສະໜູນ ແລະ ໜູນຊ່ວຍເຊິ່ງ ຫວຽດນາມ ສະຫງວນໃຫ້ ກຸຍບາ ໃນໄລຍະປະສົບກັບຄວາມຫຍຸ້ງຍາກປັດຈຸບັນ, ທ່ານຢັ້ງຢືນ ພັກ, ລັດ ແລະ ສະພາແຫ່ງຊາດ ກຸຍບາ ຍາມໃດກໍ່ເອົາໃຈໃສ່, ສ້າງຄວາມສະດວກໃຫ້ບັນດາວິສາຫະກິດຫວຽດນາມ ມາດຳເນີນທຸລະກິດ, ລົງທຶນຢູ່ ກຸຍບາ ແລະ ເຊື່ອໝັ້ນວ່າ ຈະດຶງດູດ ບັນດາວິສາຫະກິດ ຫວຽດນາມ ເຂົ້າມາ ກຸຍບາ ຕື່ມອີກ.