ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເພີ່ມ​ທະ​ວີ​ການ​ນຳ​ພາ​ເດັດ​ຂາດ, ໂດຍ​ກົງ​ກ່ຽວ​ກັບ​ທຸກ​ດ້ານ​ຂອງ​ພັກ​ຕໍ່​ກອງ​ທັບ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບຄັ້ງທີ 12 ອາຍຸການ 2025 – 2030 ຢ່າງເປັນທາງການ. ເຂົ້າຮ່ວມກອງປະຊຸມ ມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ. ກອງປະຊຸມໃຫຍ່ ເປັນຂີດໝາຍສຳຄັນພິເສດ ສຳລັບໜ້າທີ່ກໍ່ສ້າງ ແລະ ພັດທະນາກອງທັບໃນສັງກາດໃໝ່.
ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່

ເມື່ອກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ, ຢັ້ງຢືນວ່າ ກອງທັບຕ້ອງແມ່ນກຳລັງຫຼັກແຫຼ່ງປະຕິບັດບັນດາໜ້າທີ່, ຢຶດໝັ້ນກັບແນວທາງການທະຫານ, ກອງທັບຂອງພັກ, ລັດກ່ຽວກັບການທະຫານ, ກອງທັບ; ພິເສດແມ່ນແນວທາງປ້ອງກັນຊາດທົ່ວປວງຊົນ, ນະໂຍບາຍປ້ອງກັນຊາດດ້ວຍລັກສະນະສັນຕິພາບ ແລະ ປ້ອງກັນຕົວ; ປະຕິບັດບັນດາທິດນຳອີງໃສ່ປະຊາຊົນ, ຖືປະຊາຊົນເປັນກົກ, ເປັນເຈົ້າກຳ, ເປັນໃຈກາງຂອງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ເປັນຢ່າງດີ. ທ່ານກ່າວວ່າ:

        “ຢຶດໝັ້ນກໍ່ສ້າງກອງທັບມີຄວາມເຂັ້ມແຂງດ້ານການເມືອງ, ປະກອບສ່ວນຮັກສາ ແລະ ເພີ່ມທະວີການນຳພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ ຕໍ່ກອງທັບ. ນີ້ແມ່ນຫຼັກໝັ້ນທີ່ບໍ່ປ່ຽນແປງໃນການສ້າງກອງທັບແບບໃໝ່, ປະຕິວັດ, ຈາກປະຊາຊົນ, ໂດຍປະຊາຊົນເພື່ອຕໍ່ສູ້, ຕິດພັນຢ່າງສະໜິດແໜ້ນກັບປະຊາຊົນ. ໃນນັ້ນ, ຄະນະພັກກອງທັບສູນກາງ, ກະຊວງປ້ອງກັນປະເທດ ແລະ ຄະນະພັກຂັ້ນຕ່າງໆ, ຊີ້ນຳທຸກຂັ້ນໃນທົ່ວກອງທັບ ຕ້ອງໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງການສ້າງປັດໄຈການເມືອງ, ນ້ຳໃຈໃຫ້ແກ່ທະຫານ, ຮັບປະກັນກອງທັບຍາມໃດກໍຢຶດໝັ້ນກັບລັດທິມາກ - ເລນິນ, ແນວຄິດ ໂຮ່ຈີມິນ, ທັດສະນະ, ແນວທາງຂອງພັກ, ຢຶດໝັ້ນກັບເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ຍາມໃດກໍແມ່ນກຳລັງການເມືອງ, ກຳລັງຕໍ່ສູ້ມີຄວາມຈົງຮັກພັກດີ, ໄວ້ເນື້ອເຊື່ອໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຢ່າງເດັດຂາດ”.


top