ກົມການເມືອງ ຫາກໍປະກາດໃຊ້ຂໍ້ຕົກລົງສະບັບເລກທີ 288 – NQ/TW ວ່າດ້ວຍການສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ (ພາບ: TTXVN)
ຕາມນັ້ນແລ້ວ, ຄະນະຊີ້ນຳຈະຂຶ້ນກັບກົມການເມືອງ, ໂດຍທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ເປັນຫົວໜ້າຄະນະ; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເປັນຮອງຫົວໜ້າຄະນະຊີ້ນຳ.
ກ່ຽວກັບພັນທະ, ໜ້າທີ່, ສິດອຳນາດ, ລະບອບການເຮັດວຽກ, ສາຍສຳພັນໃນການປະຕິບັດງານຂອງຄະນະຊີ້ນຳສູນກາງ ກ່ຽວກັບການສ້າງລະບອບລະບຽບການ, ກົດໝາຍ ໃຫ້ສົມບູນແບບ ແມ່ນໄດ້ປະຕິບັດຕາມຂໍ້ກຳນົດຂອງກົມການເມືອງ.