ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຮຽກ​ຮ້ອງ​ແນວ​ໂຮມ​ປ​ະ​ເທດ​ຊາດ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​ທາງ​ສາ​ສະ​ໜາ, ສາ​ມັກ​ຄີ​ຊົນ​ເຜົ່າ

"... ເສີມຂະຫຍາຍຄວາມເປັນເອກະລັກອັນລ້ຳຄ່າຂອງ ຫວຽດນາມ ນັ້ນແມ່ນ ບໍ່ມີການປະທະກັນທາງສາສະໜາ, ຊົນເຜົ່າ ເພື່ອພັດທະນາບັນດາກຸ່ມກ້ອນມະຫາສາມັກຄີ, ຫັນຄວາມແຕກໂຕນກາຍເປັນຈຸດທີ່ເປັນເອກະລັກ, ກາຍເປັນແຫຼ່ງກຳລັງພັດທະນາປະເທດຊາດ.”

ຕອນເຊົ້າວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນຄະນະພັກແນວໂຮມປະເທດຊາດ, ບັນດາໝູ່ຄະນະສູນກາງຄັ້ງທີ 01 ອາຍຸການ 2025  2030. ເຂົ້າຮ່ວມພິທີມີທ່ານ ໂຕເລິມ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ບັນດາການນຳພັກ, ລັດ ແລະ ຜູ້ແທນກວ່າ 346 ທ່ານ ຕາງໜ້າໃຫ້ອົງຄະນະພັກ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່

ກ່າວຄຳເຫັນຊີ້ນຳກ່ຽວກັບໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ທ່ານ ໂຕເລິມ ເລຂາທິການໃຫຍ່ ເນັ້ນໜັກວ່າ:

“ຕ້ອງສ້າງລະບອບລະບຽບການສົມທົບວຽກງານລະຫວ່າງ 25 ອົງການຈັດຕັ້ງພັກຂຶ້ນກັບອົງຄະນະພັກແນວໂຮມປະເທດຊາດໃຫ້ສົມບູນແບບ. ຕ້ອງຈັດແບ່ງຂັ້ນ, ແບ່ງສິດອຳນາດຢ່າງຈະແຈ້ງ; ຕ້ານການທັບຊ້ອນກັນ; ປະຕິບັດຖືກຕ້ອງຕາມຫຼັກການເຄື່ອນໄຫວຂອງລະບົບການເມືອງ ທີ່ໄດ້ກຳນົດໃນບັນດາເອກະສານນິຕິກຳ, ໃນກົດລະບຽບພັກ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງ. ປັບປຸງ, ເປີດກວ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ສ້າງຕາໜ່າງຜູ້ຕາງໜ້າ ແລະ ມີການເຂົ້າຮ່ວມຂອງຫຼາຍຊັ້ນ, ຫຼາຍຊ່ອງທາງໃຫ້ແກ່ກຳມະກອນ, ຊາວກະສິກອນລຸ້ນໃໝ່, ຊາວໜຸ່ມໃນພື້ນຖານດີຈີຕອນ, ແມ່ຍິງ, ຜູ້ດ້ອຍໂອກາດ, ພໍ່ແມ່ພີ່ນ້ອງຖືສາສະໜາ, ຊົນເຜົ່າສ່ວນໜ້ອຍ; ຊຸກຍູ້ຄວາມສາມັກຄີທາງສາສະໜາ, ຄວາມສາມັກຄີຊົນຊາດ. ຜັນຂະຫຍາຍ “ປະຕູຖານແນວໂຮມປະເທດຊາດດີຈີຕອນ” ເພື່ອຮັບເອົາຄຳເຫັນ, ຂໍ້ສະເໜີຕະຫຼອດ 24 ຊົ່ວໂມງ. ເສີມຂະຫຍາຍຄວາມເປັນເອກະລັກອັນລ້ຳຄ່າຂອງ ຫວຽດນາມ ນັ້ນແມ່ນ ບໍ່ມີການປະທະກັນທາງສາສະໜາ, ຊົນເຜົ່າ ເພື່ອພັດທະນາບັນດາກຸ່ມກ້ອນມະຫາສາມັກຄີ, ຫັນຄວາມແຕກໂຕນກາຍເປັນຈຸດທີ່ເປັນເອກະລັກ, ກາຍເປັນແຫຼ່ງກຳລັງພັດທະນາປະເທດຊາດ.”


top