ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພວມມຸ່ງໄປເຖິງການຫັນບັນດາເປົ້າໝາຍພັດທະນາຍຸດທະສາດຮອດປີ 2030 ແລະ ປີ 2045 ໃຫ້ປະກົດຜົນເປັນຈິງ; ຢັ້ງຢືນ ຫວຽດນາມ ຢຶດໝັ້ນກັບເປົ້າໝາຍສັງຄົມນິຍົມ ແລະ ເສັ້ນທາງປ່ຽນແປງໃໝ່; ສະເໝີຕົ້ນສະເໝີປາຍກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຕ້ອນຮັບຄະນະບັນດາຜູ້ແທນ, ຕາງໜ້າການນຳພັກການເມືອງ (ພາບ: TTXVN)
ຕອນບ່າຍວັນທີ 1 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ຕ້ອນຮັບຄະນະບັນດາຜູ້ແທນ, ຕາງໜ້າການນຳພັກການເມືອງຫຼາຍປະເທດຈາກບັນດາພາກພື້ນ ອາຊີ, ເອີຣົບ, ທະວີບ ອາເມລິກາ ແລະ ອາຟະລິກາ, ເດີນທາງມາ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາປະເທດແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ (02/9/1945 - 02/9/2025).
ເມື່ອກ່າວຄຳເຫັນນະທີ່ນີ້, ຜູ້ຕາງໜ້າບັນດາພັກການເມືອງໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ກາຍເປັນຮູບແບບຂອງສັນຕິພາບ, ພັດທະນາ, ກ້າວໜ້າສັງຄົມ ແລະ ຄວາມສາມັກຄີສາກົນ; ພ້ອມດຽວກັນນັ້ນ ກໍປາດຖະໜາຢາກເພີ່ມທະວີມູນເຊື້ອມິດຕະພາບ ແລະ ການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງບັນດາພັກກັບພັກຄອມມູນິດ ຫວຽດນາມ ກໍຄືລະຫວ່າງບັນດາລັດ, ບັນດາຊົນຊາດກັບລັດ, ປະຊາຊົນ ຫວຽດນາມ ໃຫ້ຫຼາຍກວ່າອີກ.
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພວມມຸ່ງໄປເຖິງການຫັນບັນດາເປົ້າໝາຍພັດທະນາຍຸດທະສາດຮອດປີ 2030 ແລະ ປີ 2045 ໃຫ້ປະກົດຜົນເປັນຈິງ; ຢັ້ງຢືນ ຫວຽດນາມ ຢຶດໝັ້ນກັບເປົ້າໝາຍສັງຄົມນິຍົມ ແລະ ເສັ້ນທາງປ່ຽນແປງໃໝ່; ສະເໝີຕົ້ນສະເໝີປາຍກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.