ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ.ເບ​ລາ​ຣຸດ​ຢ່າງ​ເປັນ​ທາງ​ການ

ຕອນບ່າຍວັນທີ 11 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກສະໜາມບິນ Vnukovo 2, ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ ໄປຢ້ຽມຢາມທາງລັດຖະກິດ ສ. ເບລາຣຸດ ໃນລະຫວ່າງວັນທີ 11 - 12 ພຶດສະພາ
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ

ພາຍຫຼັງສິ້ນສຸດບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ສະຫະພັນ ລັດເຊຍຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປ້ອງກັນປະເທດ ອັນຍິ່ງໃຫຍ່ ໃນລະຫວ່າງວັນທີ 8 – 11 ພຶດສະພາ, ຕອນບ່າຍວັນທີ 11 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກສະໜາມບິນ Vnukovo 2, ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ ໄປຢ້ຽມຢາມທາງລັດຖະກິດ ສ. ເບລາຣຸດ ໃນລະຫວ່າງວັນທີ 11 - 12 ພຶດສະພາ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສ. ເບລາຣຸດ Aleksandr Lukashenko.

ອອກຕ້ອນຮັບຢູ່ສະໜາມບິນ Minsk, ເບລາຣຸດ ໃນຕອນບ່າຍວັນທີ 11 ພຶດສະພາ ລວມມີທ່ານຮອງນາຍົກລັດຖະມົນຕີ Anatoly Sivak, ທ່ານລັດຖະມົນຕີການຕ່າງປະເທດ Maxim Ryzhenkov, ທ່ານເອກອັກຄະລັດຖະທູດ ເບລາຣຸດ ປະຈຳ ຫວຽດນາມ Uladzimir Baravikou, ສ່ວນຝ່າຍຫວຽດນາມ ມີທ່ານເອກອັກຄະລັດຖະທູດ ຫວຽດນາມປະຈຳ ເບລາຣຸດ ພ້ອມກັບພະນັກງານ, ລັດຖະກອນ ສະຖານທູດ ແລະ  ປະຊາຄົມຊາວຫວຽດນາມ ອາໄສຢູ່ ເບລາຣຸດ.


top