ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍບັນດາສະມາຊິກອື່ນຂອງສະພາ ໄດ້ແລກປ່ຽນ, ກຳນົດບັນດາວຽກງານເຊິ່ງສະພາຈະດຳເນີນ ເພື່ອແນໃສ່ຜັນຂະຫຍາຍແຜນການສັນຕິພາບໃຫ້ແກ່ເຂດ ກາຊາ ຕາມມະຕິສະບັບເລກທີ 2830 ຂອງສະພາຄວາມໝັ້ນຄົງ ສປຊ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມາຮອດ ອາເມລິກາ (ພາບ: VOV)
ຕອນທ່ຽງວັນທີ 18 ກຸມພາ, ຕາມເວລາທ້ອງຖິ່ນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນການທະຫານ Andrews, ລັດ Maryland (ອາເມລິກາ) ເລີ່ມຕົ້ນບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຕາມຄຳເຊື້ອເຊີນຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ, ປະທານ ຜູ້ກໍ່ຕັ້ງສະພາສັນຕິພາບເຂດ ກາຊາ.
ໃນຂອບເຂດການປະຕິບັດງານ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍບັນດາສະມາຊິກອື່ນຂອງສະພາ ໄດ້ແລກປ່ຽນ, ກຳນົດບັນດາວຽກງານເຊິ່ງສະພາຈະດຳເນີນ ເພື່ອແນໃສ່ຜັນຂະຫຍາຍແຜນການສັນຕິພາບໃຫ້ແກ່ເຂດ ກາຊາ ຕາມມະຕິສະບັບເລກທີ 2830 ຂອງສະພາຄວາມໝັ້ນຄົງ ສປຊ.
ການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງໃຫ້ເຫັນການສະໜັບສະໜູນ ແລະ ຄວາມພ້ອມຂອງ ຫວຽດນາມ ໃນການເຂົ້າຮ່ວມບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນເພື່ອສັນຕິພາບ ແລະ ການພັດທະນາ. ນີ້ກໍແມ່ນການຫັນຂໍ້ຕົກລົງຮ່ວມມືໃນບັນດາບັນຫາສາກົນໃນຂອບເຂດການຮ່ວມມືຍຸດທະສາດຮອດດ້ານລະຫວ່າງ 2 ປະເທດ ຫວຽດນາມ - ອາເມລິກາ ໃຫ້ປະກົດຜົນເປັນຈິງ.