ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັດ​ທະ​ນາ​ຕົວ​ເມືອງ, ຊົນ​ນະ​ບົດ ຫວຽດ​ນາມ ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ຕົວ​ຈິງ

ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຕ້ອງຕີລາຄາຢ່າງພາວະວິໄສ, ຮອບດ້ານກ່ຽວກັບສະພາບການ ແລະ ໝາກຜົນການປະຕິບັດບັນດາມະຕິ, ຄົ້ນຄ້ວາຢ່າງລະອຽດບັນດາບັນຫາ ໄດ້ວາງອອກໃໝ່.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 17 ກັນຍາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານການເຮັດວຽກກັບຄະນະປະຈຳອົງຄະນະພັກລັດຖະບານກ່ຽວກັບສະພາບການຜັນຂະຫຍາຍປະຕິບັດມະຕິກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດແລະການວາງແຜນກຜັງ, ກໍ່ສ້າງ, ຄຸ້ມຄອງ ແລະ ພັດທະນາ ຕົວເມືອງຫວຽດນາມ ແບບຍືນຍົງ. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຕ້ອງຕີລາຄາຢ່າງພາວະວິໄສ, ຮອບດ້ານກ່ຽວກັບສະພາບການ ແລະ ໝາກຜົນການປະຕິບັດບັນດາມະຕິ, ຄົ້ນຄ້ວາຢ່າງລະອຽດບັນດາບັນຫາ ໄດ້ວາງອອກໃໝ່ພາຍຫຼັງສັບຊ້ອນອົງການບໍລິຫານ, ໂຮມຂັ້ນແຂວງ, ຂັ້ນຕາແສງເຂົ້າກັນ ແລະ ອົງການອຳນາດການປົກຄອງທ້ອງຖິ່ນສອງຂັ້ນ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:

ຕ້ອງຮັບຮູ້ຢ່າງຈະແຈ້ງວ່າ ການພັດທະນາຕົວເມືອງ ແລະ ພັດທະນາຊົນນະບົດແມ່ນສອງໜ້າທີ່ຍຸດທະສາດເພີ່ມເຕີມ, ໜູນຊ່ວຍກັນ, ບໍ່ສາມາດຕັດແຍກອອກຈາກກັນ. ບັນຫາຕົວເມືອງແລະ ບັນຫາຊົນນະບົດບໍ່ພຽງແຕ່ແມ່ນບັນຫາເສດຖະກິດ ສັງຄົມເທົ່ານັ້ນ ຫາກຍັງແມ່ນບັນຫາການເມືອງ, ວັດທະນະທຳ, ສະຫວັດດີການຂອງປະຊາຊົນອີກດ້ວຍ. ຕົວເມືອງທັນສະໄໝແມ່ນສິວິໄລ, ທັງແມ່ນກຳລັງໜູນ ຂອງການພັດທະນາ, ພ້ອມທັງສ້າງຊົນນະບົດຮັ່ງມີສວຍງາມ, ວັດທະນະທຳ, ຍືນຍົງແມ່ນ ແນວຫຼັງອັນໝັ້ນແກ່ນ.


top