ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ກຳ​ນົດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ຍາມໃດກໍ່ກຳນົດການສຶກສາ ແລະ ບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພື້ນຖານເພື່ອພັດທະນາປະເທດຊາດໂດຍໄວ ແລະຍືນຍົງ.
  ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: Thống Nhât/TTXVN)  

ຕອນບ່າຍວັນທີ 31 ມັງກອນ, ຢູ່ບ້ານນ້ຳຈິມ, ຕາແສງ ຊີປາຟິ່ນ, ແຂວງ ດ້ຽນບຽນ ໄດ້ດຳເນີນພິທີເປີດນຳໃຊ້ໂຮງຮຽນລະຫວ່າງຂັ້ນ ຊີປາຟິ່ນ ເຊິ່ງແມ່ນໂຄງການທຳອິດໄດ້ກໍ່ສ້າງສຳເລັດໃນ ການກໍ່ສ້າງ ໂຮງຮຽນເຂດຊາຍແດນ 248 ແຫ່ງ ຕາມແຈ້ງການເລກທີ 81 ຂອງກົມການເມືອງກ່ຽວກັບແຜນນະໂຍບາຍລົງທຶນກໍ່ສ້າງ ໂຮງຮຽນ 248 ແຫ່ງ ໃຫ້ແກ່ບັນດາຕາແສງຊາຍແດນໃນທົ່ວປະເທດ.

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ຍາມໃດກໍ່ກຳນົດການສຶກສາ ແລະ ບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພື້ນຖານເພື່ອພັດທະນາປະເທດຊາດໂດຍໄວ ແລະຍືນຍົງ. ເປົ້າໝາຍລຸລວງຂອງພັກ, ລັດ ແມ່ນສ້າງສະພາບແວດລ້ອມແຫ່ງຄວາມສະດວກເພື່ອໃຫ້ບັນດາຄູອາຈານ ມີຄວາມອຸ່ນອ່ຽງໃຈປະຕິບັດງານ, ມີຄວາມສະໜິດຕິດພັນຍາວນານ, ເພື່ອໃຫ້ນັກຮຽນໄດ້ຮັບການຮ່ຳຮຽນ, ຝືກຝົນຫຼໍ່ຫຼອມໃນເງື່ອນໄຂດີທີ່ສຸດ, ເດັກນ້ອຍໝົດທຸກຄົນເຖິງວ່າຢູ່ເຂດຫ່າງໄກສອກຫຼີກ ຫຼື ຊາຍແດນ ລ້ວນແຕ່ມີໂອກາດທີ່ມີຄວາມສະເໝີພາບໃນການເສີມຂະຫຍາຍກຳລັງແຮງ, ເຕີບໃຫຍ່ ແລະ ອຸທິດສ່ວນ. ທ່ານໃຫ້ຮູ້ວ່າ:

ນັບແຕ່ມື້ນີ້, ໂຮງຮຽນແຫ່ງນີ້ ຈະແມ່ນເຮືອນແຫ່ງທີສອງຂອງພວກນ້ອງນັກຮຽນ. ຂ້າພະເຈົ້າປາດຖະໜາວ່າ ບັນດາພວກນ້ອງນັກຮຽນ ຈະເຄົາລົບນັບຖືເງື່ອນໄຂຮ່ຳຮຽນທີ່ມີຢູ່ແລ້ວ, ດຸໝັ່ນຂະຫຍັນພຽນ, ມານະພະຍາຍາມຮ່ຳຮຽນ, ຝືກຝົນຫຼໍ່ຫຼອນເຈດຈຳນົງ, ຫຼໍ່ລ້ຽງຄວາມໃຝ່ຝັນ, ເພື່ອໃນອະນາຄົດຈະປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດ. ຂ້າພະເຈົ້າປາດຖະໜາວ່າ ບັນດາຄູອາຈານ ສືບຕໍ່ສາມັກຄີ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈຕໍ່ວຽກງານ, ຖືນັກຮຽນເໝືອນກັບລູກຫຼານຂອງຕົນ, ເພື່ອໃຫ້ໂຮງຮຽນແຫ່ງນີ້ກາຍເປັນສະຖານທີ່ຫຼໍ່ລ້ຽງປັນຍາຊົນ, ຄຸນສົມບັດ, ບຸກຄະລິກກະພາບ, ພັດທະນາອະນາຄົດໃຫ້ແກ່ນັກຮຽນລຸ້ນຕ່າງໆຢູ່ເຂດຊາຍແດນຂອງປະເທດຊາດ.


top