ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຊອກ​ຮູ້​ຮູບ​ແບບ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ທ່າ​ກຳ​ປັ່ນ​ທະ​ເລ​ຂອງ ສິງ​ກະ​ໂປ

ທ່ານເລຂາທິການໃຫຍ່ ສະເໜີ້ໃນໄລຍະມໍ່ໆມານີ້ ຫວຽດນາມ ຈະຈັດສົ່ງນັກຮຽນມາຮ່ຳຮຽນເຕັກໂນໂລຢີການເຄື່ອນໄຫວ ແລະ ຄຸ້ມຄອງທ່າກຳປັ່ນ.
, ທ່ານເລຂາທິການໃຫຍ່ ໂຕເລິມ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ທ່າກຳປັ່ນ Pansir Panjan

ຕອນເຊົ້າວັນທີ 13 ມີນາ, ໃນຂອບເຂດການຢ້ຽມຢາມສິງກະໂປ, ທ່ານເລຂາທິການໃຫຍ່ ໂຕເລິມ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ທ່າກຳປັ່ນ Pansir Panjang, ເຊິ່ງແມ່ນໜຶ່ງໃນບັນດາທ່າກຳປັ່ນ container ທັນສະໄໝທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເພື່ອແນໃສ່ຊອກຮູ້ຮູບແບບພັດທະນາພື້ນຖານໂຄງລ່າງທ່າກຳປັ່ນຂອງ ສິງກະໂປ. ກ່າວຄຳເຫັນເມື່ອພົບປະກັບທ່ານ Nelson Quek,  ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາການນຳກຸ່ມບໍລິສັດ PSA Singapore - ເຊິ່ງແມ່ນຫົວໜ່ວຍເຄື່ອນໄຫວທ່າກຳປັ່ນ Pansir Panjang,  ທ່ານເລຂາທິການໃຫຍ່ ໂຕເລິມປາດຖະໜາຢາກ PSA ມີໜ້າຢູ່ ຫວຽດນາມ ໂດຍໄວ ເພື່ອຮ່ວມມືພັດທະນາລະບົບທ່າກຳປັ່ນທະເລ. ທ່ານເລຂາທິການໃຫຍ່ ສະເໜີ້ໃນໄລຍະມໍ່ໆມານີ້ ຫວຽດນາມ ຈະຈັດສົ່ງນັກຮຽນມາຮ່ຳຮຽນເຕັກໂນໂລຢີການເຄື່ອນໄຫວ ແລະ ຄຸ້ມຄອງທ່າກຳປັ່ນ. ສ່ວນຜູ້ຕາງໜ້າ PSA ໄດ້ສະແດງພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ເພີ່ມທະວີການຮ່ວມມືກັບ ຫວຽດນາມ.

ແລະກໍ່ໃນຕອນບ່າຍວັນທີ 13 ມີນາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ສິງກະໂປ ດ້ວຍຫົວຂໍ້ “ຫວຽດນາມ ສະຖານທີ່ນັດພົບຂອງສັງກາດວິທະຍາສາດເຕັກໂນໂລຢີ ແລະ ການຮ່ວມມືດ້ານການເງິນ”. ເຫດການໂດຍສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ສົມທົບກັບກະຊວງການເງິນ ຫວຽດນາມ ຈັດຂຶ້ນ.


top