ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ: ຕັດ​ສິນ​ໃຈ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ຢ່າງ​ມີ​ໄຊ

ເມື່ອເຕື້ອງເຖິງທິດທາງໜ້າທີ່ນັບແຕ່ນີ້ຈົນຮອດໝົດອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 (ປີ 2026), ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງສະເໜີ ສຸມໃສ່ໃຫ້ບຸລິມະສິດຜັນຂະຫຍາຍບັນດາໜ້າທີ່ຈຸດສຸມໃນປີເປັນຢ່າງດີ.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ

ພາຍຫຼັງດຳເນີນການເຮັດວຽກເປັນເວລາ 2ມື້ເຄິ່ງ, ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ກອງປະຊຸມກາງສະໄໝຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ໄດ້ອັດລົງ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງເປັນປະທານ ແລະ ມີບົດກ່າວຄຳເຫັນທີ່ສຳຄັນອັດກອງປະຊຸມ.

ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ ນັບແຕ່ຕົ້ນອາຍຸການ (ປີ 2021) ມາຮອດປັດຈຸບັນ, ຫວຽດນາມ ໄດ້ປະຕິບັດເປົ້າໝາຍໜ້າທີ່ໂດຍພື້ນຖານຢ່າງມີໄຊ, ນັ້ນແມ່ນທັງສຸມໃສ່ປ້ອງກັນ, ຕ້ານ, ຄວບຄຸມພະຍາດໂຄວິດ - 19, ທັງຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ, ສ້າງພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ວຽກງານຕໍ້ສູ້, ຕ້ານການສໍ້ຫຼາດຍັງຫຼວງ, ໄພຫຍໍ້ທໍ້ໄດ້ສ້າງຄວາມເຫັນດີເຫັນພ້ອມລະດັບສູງໃນສັງຄົມ. ທ່ານໃຫ້ຮູ້ວ່າ:

ບັນດາໝາກຜົນ, ຜົນສຳເລັດຫຼັກທີ່ບັນລຸໄດ້ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນມີຫຼາຍສາຍເຫດ. ສຳຄັນທີ່ສຸດແມ່ນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ບັນດາແຜນນະໂຍບາຍ, ແນວທາງທີ່ໄດ້ພິສູດແມ່ນຖືກຕ້ອງ ແລະ ເໝາະສົມໃນຕົວຈິງຜ່ານວັນເວລາ.

ເມື່ອເຕື້ອງເຖິງທິດທາງໜ້າທີ່ນັບແຕ່ນີ້ຈົນຮອດໝົດອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 (ປີ 2026), ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງສະເໜີ ສຸມໃສ່ໃຫ້ບຸລິມະສິດຜັນຂະຫຍາຍບັນດາໜ້າທີ່ຈຸດສຸມໃນປີເປັນຢ່າງດີ.

 


top