ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປ​ະ​ເທດ ໂຕ​ເລິມ: ສຸມ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ບັນ​ດາ​ສົ້ນ​ເຕີບ​ໂຕ

ຕອນ​ເຊົ້າ​ວັນ​ທີ 20 ພຶດ​ສະ​ພາ, ຢູ່​ ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ເປັນ​ປ​ະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ​ສູນ​ກາງ ແລະ ບັນ​ດາ​ອົງ​ກ​ານ​ທີ່​ກ່ຽວ​ຂ້ອງ ເພື່ອ​ຕີ​ລາ​ຄາ​ແຫຼ່​ງ​ກຳ​ລັງ​ພັດ​ທະ​ນາ​ປະ​ເທດ​ຊາດ​ຕິດ​ພັນ​ກັບການ​ປະ​ຕິ​ບັດ​ເປົ້າ​ໝາຍ​​ສູ້​ຊົນໃຫ້ການ​ເຕີບ​ໂຕ​ເສດ​ຖະ​ກິດບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ ແລະ ສ້າງ​ຮູບ​ແບບ​ເຕີບ​ໂຕ​ໃໝ່.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ຊີ້​ນຳ​ຢູ່​ການ​ເຮັດ​ວຽກ (ພາບ: VOV)  

ເມື່ອ​ກ່າວ​ຄຳ​ເຫັນ​ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ພວມ​ມີ​ບັນ​ດາ​ພື້ນ​ຖານ​ໃຫຍ່, ສຳ​ຄັນ​ເພື່ອ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ສູງກວ່າ. ການ​ເຕີບ​ໂຕ​ສອງ​ຕົວ​ເລກ​ບໍ່​ອາດ​ສາ​ມາດ​ເປັນ​ໝາກ​ຜົນ​ຂອງ​ຮູບ​ແບບ​ເຕີບ​ໂຕ​ເກົ່າ​ທີ່​ແກ່​ຍາວ​ໄປ​ຕື່ມ​ອີກ​ໄດ້. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໃສ່​ໃຈ​ບາງ​ບັນ​ຫາ​ສຳ​ຄັນ​ທີ່​ສຸດ ນັ້ນ​ແມ່ນ​ຕ້ອງ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການກ່ຽວ​ກັບ​ແຫຼ່ງ​ກຳ​ລັງ.

“ການ​ເຕີບ​ໂຕສອງຕົວ​ເລກ​ແມ່ນ​ເປົ້າ​ໝາຍ​ພັດ​ທະ​ນາ​ຄຸນ​ນະ​ພາບ​ສູງ, ຫາກ​ບໍ່​ແມ່ນ​ການ​ເຕີບ​ໂຕ​ດ້ວຍ​ທຸກຮູບ​ແບບ. ບໍ່​ອາດເພື່ອ​ບັນ​ລຸການ​ເຕີບ​ໂຕ ແລ້ວ​ຕ້ອງແລກ​ເອົາ​ຄວາມ​ສະຖຽນລະພາບ​. ບໍ່​ສາ​ມາດ​ເພື່ອ​ລະ​ດັບ​ຄວາມ​ໄວ ແລ້ວ​ຖື​ເບົາ​ຄຸນ​ນະ​ພາບ​. ບໍ່​ອາດ​ເພື່ອ​ຂອບ​ຂະ​ໜາດ ແລ້ວ​ມອງ​ຂ້າມ​ປະ​ສິດ​ທິ​ຜົນ. ບໍ່​ອາດເພື່ອ​ສະເພາະໜ້າ ແລ້ວ​ເຮັດ​ໃຫ້​ພື້ນ​ຖານ​ໄລ​ຍະ​ຍາວ​ຖືກ​ຊຸດ​ໂຊມ​”.

ບົດ​ເນື້ອ​ໃນ​ຈິດ​ໃຈ​ດັ່ງ​ກ່າວ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​ມີ​ການ​ຕີ​ລາ​ຄາ​ທີ່​ຖືກ​ຕ້ອງ ແລະ ມີຄົບ​ທຸກ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.


top