ຕອນບ່າຍວັນທີ 29 ກໍລະກົດ, ຢູ່ສຳນັກງານສູນກາງພັກທີ່ ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບກຸ່ມບໍລິສັດຖ່ານຫີນ - ແຮ່ທາດ ຫວຽດນາມ (TKV) ຄືນໃໝ່.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VNA)
ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ຮີບເຮັ່ງປັບປຸງແຜນຮ່າງສ້າງໂຄງປະກອບກຸ່ມບໍລິສັດ ໄລຍະ 2026 – 2030 ຄືນໃໝ່ຕາມທິດເນື້ອແທ້, ມີຈຸດສຸມ. ແຜນຮ່າງຕ້ອງໃກ້ຊິດຕິດແທດກັບມະຕິສະບັບຕ່າງໆ, ແຜນຜັງກ່ຽວກັບພະລັງງານ, ແຮ່ທາດ ແລະ ຄວາມຮຽກຮ້ອງຫັນເປັນສີຂຽວ, ສ້າງອຸດສາຫະກຳຂຸດຄົ້ນຕາມທິດສີຂຽວ, ທັນສະໄໝ, ຍືນຍົງ. ທ່ານກ່າວວ່າ:
“ຕ້ອງຢັ້ງຢືນຄືນທີ່ຕັ້ງຂອງກຸ່ມບໍລິສັດ TKV ໃຫ້ກາຍເປັນກຸ່ມບໍລິສັດອຸດສາຫະກຳດ້ານພະລັງງານວັດຖຸດິບທີ່ທັນສະໄໝ, ໃນສະເພາະໜ້າ ຮັບປະກັນການສະໜອງຖ່ານຫີນຮັບໃຊ້ພື້ນຖານເສດຖະກິດຢ່າງພຽງພໍ, ເປັນເຈົ້າການນຳເຂົາ, ປະສົມ, ເກັບສະສົມ, ຂຸດຄົ້ນຢູ່ພາຍໃນປະເທດຢ່າງປອດໄພ, ປະຢັດ ແລະ ມີປະສິດທິຜົນ, ຫັນບັນດາແຫຼ່ງສະໜອງຖ່ານຫີນນຳເຂົ້າເປັນຫຼາຍຮູບຫຼາຍແບບ. ໃນໄລຍະຍາວ, ທາງກຸ່ມບໍລິສັດຕ້ອງເປີດກວ້າງໄປສູ່ການປຸງແຕ່ງລົງເລິກແຮ່ທາດ ແລະ ຫຼອມໂລຫະວັດຖຸທາດໃໝ່ ແລະ ບັນດາແຮ່ທາດຍຸດທະສາດເຊິ່ງ ຫວຽດນາມ ໄດ້ກຳນົດວ່າມີທ່າແຮງ.