ນະໂຍບາຍເຮືອນຢູ່ໃນໄລຍະໃໝ່ຕ້ອງໄດ້ອອກແບບຢູ່ລະດັບຈິນຕະນາການໃໝ່, ວິໄສທັດໃໝ່, ຮັບປະກັນປະຊາຊົນໝົດທຸກຄົນລ້ວນແຕ່ມີບ່ອນຢູ່ດ້ານຈິດໃຈ, ເຮືອນແມ່ນບ່ອນຢູ່ ບໍ່ແມ່ນບ່ອນດຳເນີນທຸລະກິດ, ສະສົມຊັບສິນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)
ຕອນບ່າຍວັນທີ 19 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະພັກລັດຖະບານກ່ຽວກັບສະພາບການຜັນຂະຫຍາຍປະຕິບັດຄຳສັ່ງຂອງຄະນະເລຂາທິການ ສູນກາງພັກກ່ຽວກັບການເພີ່ມທະວີການຊີ້ນຳນຳພາຂອງພັກຕໍ່ວຽກງານພັດທະນາເຮືອນຢູ່ສັງຄົມ ແລະ ພັດທະນາເຮືອນຢູ່ໃຫ້ເຊົ່າໃນສະພາບການໃໝ່.
ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ນະໂຍບາຍເຮືອນຢູ່ໃນໄລຍະໃໝ່ຕ້ອງໄດ້ອອກແບບຢູ່ລະດັບຈິນຕະນາການໃໝ່, ວິໄສທັດໃໝ່, ຮັບປະກັນປະຊາຊົນໝົດທຸກຄົນລ້ວນແຕ່ມີບ່ອນຢູ່ດ້ານຈິດໃຈ, ເຮືອນແມ່ນບ່ອນຢູ່ ບໍ່ແມ່ນບ່ອນດຳເນີນທຸລະກິດ, ສະສົມຊັບສິນ. ນະໂຍບາຍເຮືອນຢູ່ຕ້ອງຢູ່ລະດັບຍຸດທະສາດໄລຍະຍາວ ເພື່ອແນໃສ່ຫັນຄວາມຍຸຕິທຳສັງຄົມ, ຮັກສາຕະຫຼາດ, ສັງຄົມເປັນປົກກະຕິ ແລະ ສ້າງພື້ນຖານຫັນເປັນຕົວເມືອງ ແບບຍືນຍົງ.