ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 101 ປີ (ວັນທີ 21 ມິຖຸນາ 1925 – 21 ມິຖຸນາ 2026), ທ່ານ ໂຕເລິມ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ມີບົດຂຽນ “ສື່ມວນຊົນປະຕິວັດ ຫວຽດນາມ ໃນຍຸກສະໄໝດີຈີຕອນ”.
ບົດຂຽນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ບໍ່ພຽງແຕ່ແມ່ນຮູບພາບລວມກ່ຽວກັບສື່ມວນຊົນ ແລະ ການສື່ສານທັນສະໄໝເທົ່ານັ້ນ, ຫາກຍັງກຳນົດທິດຍຸດທະສາດ, ເປີດທາງໃຫ້ແກ່ການພັດທະນາຂອງສື່ມວນຊົນ. ບົດຂຽນ ໄດ້ວາງອອກບັນດາສິ່ງທ້າທາຍ, ຊີ້ໃຫ້ເຫັນຢ່າງຈະແຈ້ງທິດກ້າວເດີນ ເພື່ອໃຫ້ສື່ມວນຊົນປະຕິວັດຮັກສາພາລະກຳເປັນເຈົ້າຂອງສະພາບແວດລ້ອມດີຈີຕອນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ສື່ມວນຊົນປະຕິວັດໃນສັງກາດໃໝ່ຕ້ອງເຕົ້າໂຮມຄຸນທາດການເມືອງ ແລະ ຈິນຕະນາການປ່ຽນແປງໃໝ່.
ໃນບົດຂຽນຂອງເພິ່ນ, ມີເນື້ອໃນໜຶ່ງທີ່ມີລັກສະນະກຳນົດທິດສູງ ນັ້ນແມ່ນເລື່ອງປ່ຽນແປງຈິນຕະນາການກ່ຽວກັບການຫັນເປັນດີຈີຕອນ, ນັ້ນແມ່ນການການປະຕິວັດຢ່າງຮອບດ້ານນັບແຕ່ຈິນຕະນາການຊີ້ນຳນຳພາ, ຮູບແບບສຳນັກບັນາທິການ ຕະຫຼອດຮອດຂັ້ນຕອນຜະລິດ ແລະ ວັດທະນະທຳວິຊາຊີບ.