ຕອນບ່າຍວັນທີ 31 ພຶດສະພາ, ເຮືອບິນພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຮອດນະຄອນຫຼວງ Manila ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ສ.ຟີລິບປິນ, ແຕ່ວັນທີ 31 ພຶດສະພາ ຫາວັນທີ 1 ມິຖຸນາ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ຟີລິບປິນ Ferdinand Romualdez Marcos Jr. ແລະ ພັນລະຍາ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ຢູ່ສະໜາມບິນ Villamor Airbase, ຟີລິບປິນ (ພາບ:VOV)
ການຢ້ຽມຢາມທາງລັດຖະກິດຢູ່ ຟີລິບປິນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຄັ້ງນີ້ແມ່ນມີຄວາມໝາຍເປັນພິເສດທີ່ສຸດ. ນີ້ແມ່ນການຢ້ຽມຢາມ ຟີລິບປິນ ຄັ້ງທໍາອິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ໂດຍໄດ້ດຳເນີນໃນສະພາບການສອງປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮົບ 50 ປີ ແລະ ຟີລິບປິນ ພວມຮັບດຳລົງບົດບາດເປັນປະທານ ອາຊຽນ ປີ 2026.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຖວາຍດອກໄມ້ອາໄລຫາປະທານ ໂຮ່ຈີມິນ ຢູ່ອະນຸສາວະລີປະທານ ໂຮ່ຈີມິນ (ພາບ: VOV)
ພາຍຫຼັງທີ່ເດີນທາງຮອດນະຄອນຫຼວງ Manila, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຖວາຍດອກໄມ້ອາໄລຫາປະທານ ໂຮ່ຈີມິນ ຢູ່ອະນຸສາວະລີປະທານ ໂຮ່ຈີມິນ ໃນສວນອຸດທິຍານອາຊຽນ, ຂຶ້ນກັບເຂດກຳແພງເກົ່າ Intramuros, ນະຄອນຫຼວງ Manila.