ຂ່າວສານ

ເລື່ອງ ຈີນ ຊ້ອມຮົບຢູ່ເຂດທະເລຕາເວັນອອກ ແມ່ນລ່ວງລ້ຳອະທິປະໄຕ ຂອງ ຫວຽດນາມ

      ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນທຸກການກະທຳຢູ່ໝູ່ເກາະ ຮວ່າງຊາ ແລະ ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ໂດຍບໍ່ໄດ້ຮັບການອະນຸຍາດຈາກຝ່າຍ ຫວຽດນາມ ແມ່ນການກະທຳລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະດັ່ງກ່າວ.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: vtv.vn)
      ວັນທີ 31 ສິງຫາ, ເມື່ອຕອບສຳພາດຕໍ່ສື່ມວນຊົນ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ຈີນ ໃຫ້ຂ່າວກ່ຽວກັບເລື່ອງປະເທດນີ້ດຳເນີນການຊ້ອມຮົບ, ຍິງລູກສອນໄຟຢູ່ທະເລຕາເວັນອອກ, ໃນນັ້ນ ມີໝູ່ເກາະ ຮວ່າງຊາ ແລະ ໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫຼັກໝັ້ນຂອງຫວຽດນາມ ກ່ຽວກັບເລື່ອງ ຈີນ ຊ້ອມຮົບຢູ່ເຂດທະເລຕາເວັນອອກ ແມ່ນໄດ້ຍົກອອກມາໃນບົດກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດໃນວັນທີ 26 ສິງຫາ 2020. ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນທຸກການກະທຳຢູ່ໝູ່ເກາະ ຮວ່າງຊາ ແລະ ໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ໂດຍບໍ່ໄດ້ຮັບການອະນຸຍາດຈາກຝ່າຍ ຫວຽດນາມ ແມ່ນການກະທຳລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະດັ່ງກ່າວ, ເຊິ່ງເປັນການກະທຳບໍ່ເປັນປະໂຫຍດຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງ ແລະ ສິດເສລີໃນການບິນ ແລະ ການເດີນເຮືອ ຢູ່ທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)


top