ຂ່າວສານ

ເລືອກເຟັ້ນເອົາບັນດາຜູ້ແທນທີ່ເໝາະສົມເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນ

      ແຕ່ວັນທີ 15 ມີນາ ຫາວັນທີ 13 ເມສາ, ແນວໂຮມປະເທດຊາດ ຫວຽດນາມ ຈະເລີ່ມຕົ້ນການຕິດຕາມກວດກາບັ້ນທີ 1 ວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. 
            ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ແຕ່ງຕັ້ງ 5 ຄະນະຕິດຕາມກວດກາວຽກງານເລືອກຕັ້ງ. ແຕ່ລະຄະນະຕິດຕາມກວດກາ ຈະໄປກວດກາຢູ່ 3 ທ້ອງຖິ່ນຂັ້ນແຂວງ ແລະ 1 ທ້ອງຖິ່ນຂັ້ນເມືອງຢູ່ແຕ່ລະແຂວງ.
ທ່ານ ໂງແຊກຖືກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ
              ໃນວຽກງານເລືອກຕັ້ງ, ນອກຈາກການປະຕິບັດບັນດາສິດ ແລະ ຄວາມຮັບຜິດຊອບຈັດຕັ້ງການປຶກສາຫາລື, ເລືອກຕັ້ງ, ແນະນຳຜູ້ສະໝັກຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນ, ເຂົ້າຮ່ວມບັນດາອົງການຮັບຜິດຊອບການເລືອກຕັ້ງ…ແນວໂຮມປະເທດຊາດທຸກຂັ້ນ ຍັງປະຕິບັດການເຄື່ອນໄຫວຕິດຕາມກວດກາວຽກງານເລືອກຕັ້ງ. ການຕິດຕາມກວດກາຈະປະກອບສ່ວນເລືອກເອົາບັນດາຜູ້ແທນທີ່ເໝາະສົມເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຢ່າງແທ້ຈິງ.
ຂັ້ນຕອນຮັດກຸ່ມ
       ການຕິດຕາມກວດກາຂອງແນວໂຮມປະເທດຊາດ ແນໃສ່ກຳແໜ້ນສະພາບການ, ໝາກຜົນແຫ່ງການຈັດຕັ້ງຜັນຂະຫຍາຍວຽກງານເລືອກຕັ້ງຢູ່ບັນດາທ້ອງຖິ່ນ, ຜ່ານນັ້ນ ຄົ້ນພົບຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ການກະທຳລະເມີດກົດໝາຍກ່ຽວກັບການເລືອກຕັ້ງ ເພື່ອແນະນຳ ຫຼື ສະເໜີຕໍ່ບັນດາອົງການຈັດຕັ້ງ, ບຸກຄົນທີ່ກ່ຽວຂ້ອງມີມາດຕະການແກ້ໄຂຢ່າງທັນການ, ປະກອບສ່ວນຮັບປະກັນການເລືອກຕັ້ງມີລັກສະນະປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ປອດໄພ, ປະຢັດຢ່າງແທ້ຈິງ.
        ຕາມທ່ານ ໂງແຊກຖືກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ: ຈຸດປະສົງຂອງການຕິດຕາມກວດກາ ຈະປະກອບສ່ວນເຮັດໃຫ້ວຽກງານກະກຽມ, ໂຄສະນາເຜີຍແຜ່ໃຫ້ປະຊາຊົນຢ່າງຄົບຖ້ວນ, ເປັນຕົ້ນແມ່ນກ່ຽວຂ້ອງເຖິງວຽກງານສ້າງບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງ ເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ກຳແໜ້ນຂໍ້ມູນຂອງຜູ້ທີ່ຈະໄດ້ຮັບການເລືອກຕັ້ງເຂົ້າອົງການສິດອຳນາດແຫ່ງລັດຢູ່ສູນກາງ, ທ້ອງຖິ່ນຢ່າງຈະແຈ້ງ. ກ່ຽວກັບບັນດາເນື້ອໃນລະອຽດ ເຊິ່ງໄດ້ສຸມໃສ່ຕິດຕາມກວດກາ, ທ່ານ ໂງແຊກຖືກ ໃຫ້ຮູ້ຕື່ມອີກວ່າ:
        “ໃນລາຍການເຮັດວຽກໄດ້ວາງອອກເນື້ອໃນ 8 ປະການ, ໃນນັ້ນ ສຸມໃສ່ເຂົ້າບັນດາເນື້ອໃນ, ຂັ້ນຕອນທີ່ກ່ຽວຂ້ອງເຖິງວຽກງານແນວໂຮມທຸກຂັ້ນ ແຕ່ສູນກາງລົງຮອດທ້ອງຖິ່ນ ເຂົ້າຮ່ວມບັນດາອົງການເລືອກຕັ້ງ, ເຮັດແນວໃດໃຫ້ຖືກຕ້ອງທາງດ້ານພາກສ່ວນ ແລະ ມີພາລະບົດບາດາ. ແຕ່ລະອົງການເລືອກຕັ້ງ ລ້ວນແຕ່ມີການເຂົ້າຮ່ວມຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ. ການເຂົ້າຮ່ວມນັ້ນ  ປະກອບສ່ວນເຂົ້າໃນວຽກງານກະກຽມການເລືອກຕັ້ງ, ໂຄສະນາເຜີຍແຜ່ໃຫ່ປະຊາຊົນຢ່າງເລິກເຊິ່ງກ້ວາງຂວາງ. ນັ້ນແມ່ນຂັ້ນຕອນສຳຄັນທີ່ສຸດ. ທີສອງ ແມ່ນສຸມໃສ່ເຂົ້າໃນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງມາດຖານຂອງຜູ້ອອກສະໝັກເລືອກຕັ້ງ ແລະ ການປຶກສາຫາລື ເພື່ອຮັບປະກັນບັນດາຂໍ້ກຳນົດຂອງກົດໝາຍ. ໃນເນື້ອໃນນີ້ ບັນດາບາດກ້າວ ປະຕິບັດຕ້ອງຮັດກຸ່ມ ເພື່ອເລືອກຕັ້ງ, ກັນຕອງຜູ້ທີ່ມີມາດຖານຢ່າງຄົບຖ້ວນເຂົ້າຮ່ວມສະພາແຫ່ງຊາດ ກໍ່ຄືສະພາປະຊາຊົນທຸກຂັ້ນ. ”
            ເພື່ອໃຫ້ການຕິດຕາມກວດກາມີປະສິດທິຜົນສູງສຸດ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ຜັນຂະຫຍາຍຫລາຍຮູບການ. ສະມາຊິກແນວໂຮມແຕ່ລະຄົນລ້ວນແຕ່ມີສິດປະກອບຄຳເຫັນເຂົ້າໃນບັນດາເນື້ອໃນວຽກງານກະກຽມ, ຜ່ານການສ່ອງແສງຂອງປະຊາຊົນ. ທ່ານ ໂງແຊກຖືກ ແບ່ງປັນວ່າ:
        “ຄວາມຮັບຜິດຊອບຂອງແນວໂຮມແຕ່ລະຂັ້ນ ຕ້ອງຈັດຕັ້ງບັນດາການຕິດຕາມກວດກາ ເພື່ອຜ່ານນັ້ນ ມີບັນດາຄຳເຫັນ, ຂໍ້ສະເໜີໃນທັນທີ. ຈຸດພິເສດສະເພາະຂອງບັນຫາ ແມ່ນບໍ່ປະໃຫ້ວຽກງານຄ້າງໄວ້ໃນຄັ້ງໜ້າ ເຊິ່ງໃນແຕ່ລະໄລຍະ, ແຕ່ລະບາດກ້າວ, ບັນດາບັນຫາໃດບໍ່ລົງລອຍກັນ ຕ້ອງປະຕິບັດໃຫ້ສຳເລັດໃນແຕ່ລະບາດກ້າວໃນຂັ້ນຕອນ 16 ບາດກ້າວ. ສະນັ້ນ, ການຕິດຕາມກວດກາ ປະກອບສ່ວນເຂົ້າໃນຈຸດປະສົງ ແມ່ນພວກເຮົາກະກຽມຢ່າງຄົບຖ້ວນ, ລອບຄອບຖີ່ຖ້ວນ ແລະ ຍຸຕິທຳ. ”
ປະຕິບັດຢ່າງມີວິທະຍາສາດ ແລະ ມີປະສິດທິຜົນທີ່ສຸດ
            ທ່ານ ເຮົ່າອາເລັ່ງ ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ: ໃນວຽກງານເລືອກຕັ້ງ, ການເຄື່ອນໄຫວຕິດຕາມກວດກາວຽກງານເລືອກຕັ້ງ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນຂອງແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ. ເພາະສະນັ້ນ, ນັບແຕ່ຕົ້ນປີ 2021, ເພື່ອກຽມພ້ອມໃຫ້ແກ່ໜ້າທີ່ຕິດຕາມການເລືອກຕັ້ງ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ປະກາດໃຊ້ເອກະສານແນະນຳການກວດກາ, ຕິດຕາມວຽກງານເລືອກຕັ້ງ ແລະ ແຜນການຜັນຂະຫຍາຍຕິດຕາມກວດກາວຽກງານເລືອກຕັ້ງ. ທ່ານ ເຮົ່າອາເລັ່ງ ໄດ້ສະເໜີໃຫ້ ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນໃນວິວັດການຈັດຕັ້ງປະຕິບັດການກວດກາ, ຕິດຕາມການເລືອກຕັ້ງ ຍາມໃດກໍ່ຕ້ອງຮັບປະກັບການປະຕິບັດຢ່າງຖືກຕ້ອງຕາມຂໍ້ກຳນົດກ່ຽວກັບການເລືອກຕັ້ງ, ຕິດພັນກັບບັນດາເອກະສານແນະນຳຂອງສະພາເລືອກຕັ້ງແຫ່ງຊາດ. ການຕິດຕາມກວດກາຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງ ຄະນະກຳມະການ ເລືອກຕັ້ງທຸກຂັ້ນ, ບັນດາອົງການແຫ່ງລັດ ທີ່ກ່ຽວຂ້ອງ. ເສີມຂະຫຍາຍບັນດາຮູບການຕິດຕາມກວດກາມຕາມຂໍ້ກຳນົດຂອງກົດໝາຍ, ຕິດຕາມກວດກາຂອງປະຊາຊົນ, ຜູ້ຕາງໜ້າບັນດາອົງການຈັດຕັ້ງ, ສື່ມວນຊົນ.
            ການຕິດຕາມກວດກາວຽກງານເລືອກຕັ້ງແນໃສ່ກຳແໜ້ນສະພາບການ, ຄົ້ນພົບບັນດາສິ່ງຫຍູ້ງຍາກ, ຂໍ້ຕິດຂັດ, ການລະເມີດກົດໝາຍຕ່າງໆ ກ່ຽວກັບການເລືອກຕັ້ງ (ຖ້າມີ) ເພື່ອແນະນຳ ຫຼື ສະເໜີບັນດາມາດຕະການແກ້ໄຂຢ່າງທັນການ. ການຕິດຕາມກວດກາໄດ້ຮັບການຜັນຂະຫຍາຍຢ່າງແໜ້ນແຟ້ນ ແລະ ເປັນລະບົບຈະປະກອບສ່ວນຮັບປະກັນຜົນສຳເລັດຂອງການເລືອກຕັ້ງ, ຮັບປະກັນປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ເລືອກເຟັ້ນເອົາບັນດາຜູ້ແທນທີ່ສົມເປັນຜູ້ຕາງໜ້າໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ./.
(ແຫຼ່ງຄັດຈາກ VOV)


top