ຕອນເຊົ້າວັນທີ 19 ສິງຫາ, ໃນທົ່ວປະເທດໄດ້ດຳເນີນຫຼາຍພິທີເລີ່ມລົງມືກໍ່ສ້າງ, ເປີດ ນຳໃຊ້ 250 ກິດຈະກຳ, ໂຄງການໃນພາບດຽວ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ (2/9/1945 - 2/9/2025). ພິທີໄດ້ຈັດຕາມຮູບແບບທາງໄກຈາກສະຖານທີໃຈກາງ (ຢູ່ສູນຕະຫຼາດນັດວາງສະແດງແຫ່ງຊາດ, ຮ່າໂນ້ຍ) ເຊື່ອມຕໍ່ກັບ 79 ສະຖານທີ່ຖ່າຍທອດສົດຂອງ 34 ແຂວງ, ນະຄອນ. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມເຫດການຢູ່ສູນຕະຫຼາດນັດວາງສະແດງແຫ່ງຊາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ
250 ໂຄງການ, ກິດຈະກຳໃນບໍລິເວນ 34 ແຂວງ, ນະຄອນ ໄດ້ເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ໃນໂອກາດນີ້ ລວມມູນຄ່າການລົງທຶນປະມານ 1.280.000 ຕື້ດົ່ງ (ປະມານ 50 ຕື້ USD), ຂຶ້ນກັບບັນດາຂົງເຂດ: ພື້ນຖານໂຄງລ່າງຄົມມະນາຄົມ; ກິດຈະກຳພົນລະເຮືອນ - ຕົວເມືອງ; ກິດຈະກຳອຸດສາຫະກຳ; ພື້ນຖານເຕັກນິກ; ເຮືອນຢູ່ສັງຄົມ; ກະສິກຳ ແລະ ພັດທະນາຊົນນະບົດ; ວັດທະນະທຳ, ກິລາ; ການສຶກສາ; ການປ້ອງກັນຊາດ ແລະ ສາທາລະນະສຸກ. ໃນນັ້ນ, ມີ 8 ໂຄງການສຳຄັນລະດັບຊາດ. ເມື່ອກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ບັນດາກິດຈະກຳກໍສະແດງໃຫ້ເຫັນການເຕີບໃຫຍ່, ຄວາໝັ້ນໃຈ, ຄຸນນະທາດ, ບືນຕົວຂຶ້ນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າທາງດ້ານເຕັກໂນໂລຢີຂອງຊາວ ຫວຽດນາມ; ສ່ອງແສງຄວາມມານະພະຍາຍາມ, ຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວຂອງທັງລະບົບການເມືອງ, ບັນດາເຈົ້າກຳທີ່ກ່ຽວຂ້ອງ ແລະ ປະຊາຊົນໃນການແຂ່ງຂັນເຂົ້າຮ່ວມ, ປະຕິບັດບັນດາກິດຈະກຳ, ໂຄງການ… ຢ່າງມີຊີວິດຊີວາ.
“ພວກເຮົາຕັ້ງຄວາມຫວັງວ່າແຕ່ລະກິດຈະກຳ, ໂຄງການໃນມື້ນີ້ ຈະສືບຕໍ່ແມ່ນບັນດາສ່ວນປະກອບທີ່ເສີມສ້າງ ແລະ ເຮັດໃຫ້ພາບພົດຂອງຊາດ ຫວຽດນາມ “ເອກະລາດ - ເສລີພາບ - ສັນຕິພາບ - ເອກະພາບ - ເຊື່ອມໂຍງ - ໝັ້ນຄົງເຂັ້ມແຂງ - ຮຸ່ງເຮືອງ - ສີວິໄລ ແລະ ວັດທະນາຖາວອນ. ຫວັງວ່າ ພວກເຮົາຈະມີບັນດາກິດຈະກຳ, ສັນຍາລັກໃໝ່ຂອງປະເທດ ຫວຽດນາມ ຕື່ມອີກທີ່ເພືື່ອນມິດໃນພາກພື້ນ ແລະ ໃນໂລກ ເວົ້າເຖິງ ແລະ ປະທັບໃຈ, ມີຫຼາຍເຂດວັດທະນະທຳ - ສັງຄົມປະດິດຄິດສ້າງ ເພື່ອໃຫ້ປະຊາຊົນຊົມໃຊ້ນັບມື້ນັບຫຼາຍຂຶ້ນ”.