ຂ່າວສານ

ເລີ່ມ​ດຳ​ເນີນ​​ການ​ສຳຫຼວດກວດ​ກາ ແຫ່ງ​ຊາດ​ໂດຍ​ສະ​ໝັກ​ໃຈ​ກ່ຽວ​ກັບ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຕອນເຊົ້າວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາເລີ່ມດຳເນີນການສຳຫຼວດກວດກາແຫ່ງຊາດໂດຍສະໝັກໃຈປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ປີ 2023.

ຕອນເຊົ້າວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາເລີ່ມດຳເນີນການສຳຫຼວດກວດກາແຫ່ງຊາດໂດຍສະໝັກໃຈປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ປີ 2023.

    

ກອງປະຊຸມສຳມະນາເລີ່ມດຳເນີນການສຳຫຼວດກວດກາແຫ່ງຊາດໂດຍສະໝັກໃຈປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ປີ 2023 (ພາບ: TTXVN)

ທ່ານນາງ ຫງວຽນທິບິກງອກ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ເນັ້ນໜັກວ່າ ໂດຍຜ່ານການເຂົ້າຮ່ວມການ ສຳຫຼວດກວດກາແຫ່ງຊາດໂດຍສະໝັກໃຈ ກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ປີ 2023, ຫວຽດນາມ ຫວັງຢາກແບ່ງປັນຜົນງານ, ຄວາມຄືບໜ້າທີ່ບັນລຸໄດ້ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບົດຮຽນປະສົບການໃນການປະຕິບັດບັນດາເປົ້າໝາຍເຫຼົ່ານັ້ນ, ຕາມນັ້ນແລ້ວ ຍົກອອກການກຳນົດທິດ, ບັນດາການເຄື່ອນໄຫວຈຸດສຸມໃນໄລຍະຈະມາເຖິງ.

        ບົດລາຍງານກ່ຽວກັບການ ສຳຫຼວດກວດກາແຫ່ງຊາດໂດຍສະໝັກໃຈ ກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ (VNR) ໄດ້ສະເໜີເປັນຄັ້ງທຳອິດໃນເວທີປາໄສການເມືອງຂັ້ນສູງເພື່ອການພັດທະນາແບບຍືນຍົງ ປີ 2018 ເຊິ່ງໄດ້ຈັດຂຶ້ນຢູ່ ນິວຢອກ ແລະ ຄັ້ງທີ 2 ຈະສະເໜີ ໃນປີ 2023.'

ແຫຼ່ງຄັດຈາກ VOV


top