ເລີ່ມ​ດຳ​ເນີນ​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ໃນ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 14 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

ວັນທີ 10 ສິງຫາ, ວາລະຊັກຖາມ ແລະ ຕອບຄຳຊັກຖາມໃນກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດໄດ້ເລີ່ມດຳເນີນດ້ວຍການຕອບຄຳຊັກຖາມຂອງທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ ແລະ ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ.

ກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດ

ທ່ານລັດຖະມົນຕີກະຊວງຕຳຫຼວດ ຕອບຄຳຊັກຖາມໃນໝວດບັນຫາຄື ຄວາມປອດໄພທາງເຄືອຂ່າຍອິນເຕີເນັດແຫ່ງຊາດ, ສະກັດກັ້ນ, ແກ້ໄຂອາດຊະຍາກອນເຕັກໂນໂລຢີສູງຢ່າງເຂັ້ມງວດ, ວຽກງານປ້ອງກັນ, ຕ້ານອາຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ. ສ່ວນທ່ານລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ຈະຕອບຄຳຊັກຖາມທີ່ກ່ຽວຂ້ອງເຖິງການປະຕິບັດນະໂຍບາຍກົດໝາຍ ເພື່ອໃຫ້ການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ; ການຜັນຂະຫຍາຍບັນດາໜ້າທີ່, ມາດຕະການກະຕຸ້ນສົ່ງເສີມ, ຟື້ນຟູການທ່ອງທ່ຽວພາຍຫຼັງໂລກລະບາດ, ການໜູນຊ່ວຍວິສາຫະກິດ ແລະ ຊາວຜູ້ອອກແຮງງານໃນຂະແໜງທ່ອງທ່ຽວ; ວຽກງານຄຸ້ມຄອງ, ອະນຸລັກ, ບູລະນະປະຕິສັງຂອນ ແລະ ເສີມຂະຫາຍຄຸນຄ່າຮ່ອງຮອຍປະຫວັດສາດແຫ່ງຊາດ, ການສ້າງວິຖີຊີວິດທາງດ້ານວັດທະນະທຳ ແລະ ອະນຸລັກ, ພັດທະນາວັດທະນະທຳສັງຄົມ…

(ແຫຼ່ງຄັດຈາກ VOV)

top